• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ ວົງແຄບ ADMM ເລີ່ມດຳເນີນກອງປະຊຸມຄົບຄະນະຢ່າງເປັນທາງການ

      ຕອນເຊົ້າວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ກອງປະຊຸມວົງແຄບ ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ (ADMM) ໄດ້ເລີ່ມດຳເນີນກອງປະຊຸມຄົບຄະນະຢ່າງເປັນທາງການ. 
            ນີ້ແມ່ນເຫດການເປີດສາກໃຫ້ແກ່ບັນດາການເຄື່ອນໄຫວ, ກອງປະຊຸມປ້ອງກັນຊາດ - ການທະຫານ ອາຊຽນ ຂັ້ນລັດຖະມົນຕີໂດຍກະຊວງປ້ອງກັນປະເທດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ໃນປີເປັນປະທານອາຊຽນ 2020 ຂອງ ຫວຽດນາມ.
            ກອງປະຊຸມວົງແຄບຄັ້ງນີ້ແມ່ນພື້ນຖານສຳຄັນເພື່ອກະກຽມໃຫ້ແກ່ບັນດາກອງປະຊຸມ ADMM ແລະ ADMM+ ໃນທ້າຍປີນີ້ ດ້ວຍຫຼາຍເນື້ອໃນປຶກສາຫາລືທີ່ສຳຄັນ. ໃນຂອບເຂດ ວົງແຄບ ADMM ຄັ້ງນີ້, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຈະມີການພົບປະສອງຝ່າຍກັບ ເລຂາທິການໃຫຍ່ ອາຊຽນ, ລັດຖະມົນຕີປະຊວງປ້ອງກັນປະເທດບັນດາປະເທດຄື ອົດສະຕາລີ, ລາວ, ກຳປູເຈຍ, ໄທ ແລະ ຫົວໜ້າຄະນະຜູ້ແທນ ອິນໂດເນເຊຍ. ທ່ານ ພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມໄດ້ເນັ້ນໜັກເຖິງບັນດາບຸລິມະສິດ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມນີ້ວ່າ:
            ຂ້າພະເຈົ້າຖືວ່າ ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ມີຄວາມສຳຄັນທີ່ສຸດ. ມັນຕັດສິນ ຜົນສຳເລັດຂອງ ປີ ອາຊຽນ, ຂອງທັງໝົດ 10 ປະເທດ ອາຊຽນ ແຕ່ບໍ່ແມ່ນ ຂອງ ສະເພາະ ຫວຽດນາມ ເທົ່ານັ້ນ ແລະ ກໍ່ຕັດສິນຜົນສຳເລັດຂອງ ADMM+ ອີກດ້ວຍ. ຢາກປະສົບຜົນສຳເລັດແມ່ນຕ້ອງແກ້ໄຂໃຫ້ໄດ້ 2 ບັນຫາ. ທີໜຶ່ງແມ່ນບັນດາເນື້ອໃນຂອງລັກສະນະຫຼັກການໃນຮ່າງເອກະສານໂອ້ລົມສົນທະນາລະຫວ່າງ ອາຊຽນນຳກັນ ແລະ ອາຊຽນກັບບັນດາປະເທດເຂົ້າຮ່ວມ, ລະອຽດແມ່ນຫຼັກການລວມຂອງ ADMM ແລະ ຖະແຫຼງການ ADMM+. ຜ່ານນັ້ນ, ຕ້ອງຮັບຮອງເອົາ ໂຄງການດຳເນີນງານ. ພວກເຮົາຕ້ອງສ້າງໂຄງການທີ່ເໝາະສົມ, ເຊິ່ງບັນດາປະເທດມາຮ່ວມເຫຼົ່ານີ້ ຮູ້ສຶກວ່າສະບາຍໃຈ, ມີຄວາມສະດວກໃຫ້ແກ່ເຂົ້າເຈົ້າ. ເຮັດໄດ້ຄືແນວນັ້ນ ພວກເຮົາຈຶ່ງປະສົບຜົນສຳເລັດ.
        ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 18 ກຸມພາ, ໃນຂອບເຂດກອງປະຊຸມ ວົງແຄບADMM, ກອງປະຊຸມກຸ່ມເຈົ້າໜ້າທີ່ການປ້ອງກັນປະເທດ ອາຊຽນໄດ້ຮັບການຈັດຂຶ້ນ ໂດຍມີການເຂົ້າຮ່ວມຂອງ ບັນດາເຈົ້າໜ້າທີ່ປ້ອງກັນຊາດ ອາຊຽນ ທີ່ມາຈາກບັນດາອົງການວາງແຜນນະໂຍບາຍດ້ານປ້ອງກັນຊາດຂອງກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ແລະ ຜູ້ຕາງໜ້າຄະນະເລຂາອາຊຽນ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top