• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເທື່ອທີ 8 ຂອງສະພາແຫ່ງຊາດຄາດວ່າຈະໄຂຂຶ້ນໃນວັນທີ 21 ຕຸລາ

ຕອນເຊົ້າວັນທີ 16 ກໍລະກົດ, ສຶບຕໍ່ລາຍການເຮັດວຽກຂອງກອງປະຊຸມຄັ້ງທີ 35, ຄະນະປະຈຳສະພາແຫ່ງຊາດ ໄດ້ສະຫລຸບກອງປະຊຸມເທື່ອທີ 7 ຂອງສະພາແຫ່ງຊາດ , ທ່ານ ຫງວຽນແຫ້ງຟຸກ ເລຂານຸການໃຫຍ່ສະພາແຫ່ງຊາດໄດ້ເນັ້ນຫນັກວ່າ:

ກອງປະຊຸມເທື່ອທີ 7 (ພາບ: TTXVN) 

ໝາກຜົນກອງປະຊຸມສືບຕໍ່ຢັ້ງຢືນຄວາມເຫັນດີເຫັນພ້ອມ, ຄວາມສາມັກຄີ ໃນການເຄື່ອນໄຫວຂອງສະພາແຫ່ງຊາດ ພ້ອມທັງສະແດງໃຫ້ເຫັນການຊີ້ນຳນຳພາຢ່າງໃກ້ຊິດ, ທັນການ, ການສົມທົບກັນຢ່າງແຫນ້ນແຟ້ນຂອງທັງລະບົບການເມືອງ, ຄວາມເອົາໃຈໃສ່ ສະຫນັບສະຫນູນຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ.

ກ່ຽວຂ້ອງເຖິງການກະກຽມໃຫ້ກອງປະຊຸມເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 14, ທ່ານ ເລຂານຸການໃຫຍ່ ສະພາແຫ່ງຊາດ ໃຫ້ຮູ້ວ່າ: ຄາດວ່າ ກອງປະຊຸມເທື່ອທີ 8  ຂອງສະພາແຫ່ງຊາດ ຈະໄຂຂຶ້ນໃນວັນທີ 21 ຕຸລາ ປີ 2019 ແລະ ອັດລົງໃນວັນທີ 20 ພະຈິກ ປີ 2019. ສະພາແຫ່ງຊາດ ຈະພິຈາລະນາ ຮັບຮອງເອົາ  ຮ່າງກົດໝາຍ10 ສະບັບ ແລະ ໃຫ້ຄຳເຫັນໃສ່ ຮ່າງກົດໝາຍອື່ນ 8 ສະບັບ. ທ່ານ ເລຂານຸການໃຫຍ່ ສະພາແຫ່ງຊາດ ສະເຫນີໃຫ້ ລັດຖະບານ, ສະພາແຫ່ງຊາດ, ບັນດາອົງການກ່ຽວຂ້ອງ ຢັ້ງຢືນ ເລື່ອງຍື່ນສະເຫນີສະພາແຫ່ງຊາດພິຈາລະນາ ບັນດາເນື້ອໃນ ລວມມີ: ໃຫ້ສັດຕະຍາບັນບັນດາສັນຍາການຄ້າເສລີ ຫວຽດນາມ - ອີຢູ ແລະ ສັນຍາອາລັກຂາການລົງທຶນຫວຽດນາມ ແລະ ອີຢູ, ປັບປຸງ, ເພີ່ມເຕີມບັນດາກົດໝາຍເພື່ອປະຕິບັດສັນຍາສອງສະບັບດັ່ງກ່າວໂດຍໄວ ແລະ ຮັບຮອງເອົາມະຕິອື່ນຫລາຍສະບັບ.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top