• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມອອນລາຍ ບຸກຄົນທີ່ນຳໜ້າໃນລັດຖະການ ຂອງ ອາຊຽນ

      ຕອນເຊົ້າວັນທີ 18 ພະຈິກ, ກະຊວງພາຍໃນຫວຽດນາມ ໄດ້ສົມທົບກັບ ຄະນະລັດຖະການ ໄທ ຈັດຕັ້ງກອງປະຊຸມອອນລາຍ ບຸກຄົນນຳໜ້າພື້ນຖານລັດຖະການບັນດາປະເທດ ອາຊຽນ ຄັ້ງທີ 20.

ທ່ານເລຂາທິການໃຫຍ່ ຄະນະລັດຖະການ ໄທ  Patcharapakorn Devakula (ພາບ: ກະຊວງພາຍໃນ)
ທີ່ກອງປະຊຸມ, ບັນດາປະເທດ ສະມາຊິກ ອາຊຽນ ໄດ້ປຶກສາຫາລື ແລະ ໃຫ້ຄຳເຫັນກ່ຽວກັບບັນດາບັນຫາລັດຖະການຄື: ການບໍລິການສາທາລະນະ, ຄຸນສົມບັດສາທາລະນະ, ຫັນພື້ນຖານລັດຖະການເປັນທັນສະໄໝ, ຫັນການບໍລິຫານສາທາລະນະເປັນດີຈີຕອນ, ຊຸກຍູ້ການສ້າງລັດຖະບານເອເລັກໂຕນິກ ແລະ ການບໍລິການເອເລັກໂຕນິກ, ການຮ່ວມມືຍຸດທະສາດ ລະຫວ່າງບັນດາອົງການຂອງ ອາຊຽນ ແລະ ບັນດາຄູ່ຮ່ວມມື ເພື່ອສ້າງພື້ນຖານລັດຖະການມີໄຫວພິບໃນສັງກາດດີຈີຕອນ. ໃນປີ 2021, ຫວຽດນາມ ຈະດຳລົງຕຳແໜ່ງເປັນປະທານໝູນວຽນຂອງ ການຮ່ວມມື ອາຊຽນ ກ່ຽວກັບບັນດາບັນຫາລັດຖະການ ຄັ້ງທີ 21. ດ້ວຍຫົວຂໍ້ “ຫັນພື້ນຖານລັດຖະການເປັນທັນສະໄໝ ມຸ່ງໄປເຖິງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ປີ 2021, ຫວຽດນາມ ຈະຈັດຕັ້ງກອງປະຊຸມ “ແບ່ງປັນປະສົບການກ່ຽວກັບການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການສ້າງພື້ນຖານການບໍລິຫານທັນສະໄໝ”. 
 (ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top