• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະຫຼຸບວຽກງານປີ 2017 ແລະ ຜັນຂະຫຍາຍໜ້າທີ່ວຽກງານແຮງງານ, ຜູ້ມີຄຸນງາມຄວາມດີ ແລະ ສັງຄົມປີ 2018

      ຕອນເຊົ້າວັນທີ 17 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2017 ແລະ ຜັນຂະຫຍາຍໜ້າທີ່ວຽກງານແຮງງານ, ຜູ້ມີຄຸນງາມຄວາມດີ ແລະ ສັງຄົມປີ 2018.

(ກອງປະຊຸມສະຫຼຸບວຽກງານກະຊວງແຮງງານ,ທະຫານເສຍອົງຄະແລະສັງຄົມ)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີເນັ້ນໜັກເຖິງໝາກຜົນຕັ້ງໜ້າຂອງສະພາບການເສດຖະກິດ, ສັງຄົມໃນປີຜ່ານມາ ໂດຍມີການປະກອບສ່ວນສຳຄັນຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ.
        ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ປີ 2018 ແມ່ນປິບານພັບສຳຄັນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຕ້ອງປະຕິບັດ 11 ໜ້າທີ່ເຊິ່ງກະຊວງໄດ້ມອບໝາຍ ໃນມະຕິ 01/2018 ຂອງລັດຖະບານຢ່າງຄົບຊຸດ, ຂ້ຽວຂາດ. ໃນນັ້ນ, ຕ້ອງສຸມໃສ່ສ້າງສຳເລັດກົນໄກ, ນະໂຍບາຍ, ກົດໝາຍ, ຮີບເຮັ່ງສ້າງແຜນການປະຕິຮູບນະໂຍບາຍເງິນເດືອນ, ແຜນການປະຕິຮູບການປະກັນສັງຄົມ… ກະຊວງຕ້ອງສ້າງສຳເລັດ ແລະ ປະຕິບັດຢ່າງມີປະສິດທິຜົນບັນດານະໂຍບາຍ, ໂຄງການ, ແຜນການໜູນຊ່ວຍການພັດທະນາບຳລຸງສ້າງວິຊາຊິບ, ພິເສດແມ່ນສອນວິຊາຊິບໃຫ້ຊາວກະສິກອນ, ຢູ່ເຂດປະສົບກັບຄວາມຫຍຸ້ງຍາກ ແລະ ບັນດາເປົ້າໝາຍນະໂຍບາຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ກ່າວວ່າ.
        “ສົ່ງເສີມບັນດາອົງການຈັດຕັ້ງ, ສ່ວນບຸກຄົນລົງທຶນພັດທະນາລະບົບຮາກຖານພາລະກິດ, ພິເສດແມ່ນຮາກຖານການສຶກສາວິຊາຊິບ, ຮາກຖານລ້ຽງດູ, ແບ່ງແຍງເປົ້າໝາຍອຸປະກະລະສັງຄົມ; ຜັນຂະຫຍາຍການປະຕິບັດຄວາມເປັນເຈົ້າການສຳລັບບັນດາຮາກຖານພາລະກິດພາກລັດ, ທົດລອງຫັນບາງຫົວໜ່ວຍພາລະກິດພາກລັດຂຶ້ນກັບຂະແໜງເປັນຮຸ້ນສ່ວນ. ນີ້ແມ່ນບັນຫາໃໝ່ ແລະ ໃຫຍ່ ເພື່ອຮຽກຮ້ອງທຶນສັງຄົມ”.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top