• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດປຶກສາຫາລືກ່ຽວກັບຮ່າງກົດໝາຍໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ


ທີ່ກອງ​ປະ​ຊຸມ​
(ພາບ: TTXVN)
      ​ໃນ​ກອງ​ປະ​ຊຸມ​ຕອນ​ເຊົ້າ​ວັນ​ທີ 05/04, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ເປັນ​ເອ​ກະ​ພາບ​ໂດຍ​ພື້ນ​ຖານ​ສຳ​ລັບ​ຂອບ​ເຂດ​ປັບ​ປຸງ​ຂອງ​ຮ່າງ​ກົດ​ໝາຍໜູນ​ຊ​່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ; ເຫັນ​ດີ​ເປັນ​ເອ​ກະ​ພາບ​ໂດ​ຍ​ຖື​ວ່າ ຮ່າງ​ກົດ​ໝາຍໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ແມ່ນ​ກົດ​ໝາຍ​ລວ​ມ​ ແຕ່ກ​ໍ​ຕ້ອງ​ມີ​ບັນ​ດາ​ຈຸດ​ລະ​ອ​ຽດ​ເຊິ່ງໄດ​້​ກຳ​ນົ​ດ ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້​ອຍ ອຸ່ນ​ອ່ຽນ​ໃຈ​ພັດ​ທະ​ນາ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລ​້ວນ​ແຕ່​ມີ​ທັດ​ສະ​ນະ​ລວມ ແມ່ນ​ຕ້ອງ​ປັ​ບ​ປຸງ​ກົດ​ໝາຍ​ບາ​ງ​ສະ​ບັບ​ຄື: ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີ, ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ, ກົດ​ໝາຍ​ວ່າ​ດ້ວຍ​ບັນ​ດາ​ອົງ​ການ​ສິນ​ເຊື່ອ, ເພື່ອ​ເໝາະ​ສົມ​ກັບ​ກົດ​ໝາຍ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ. ກ່ຽວ​ກັບ​ມາດ​ຕະ​ຖານ​ກຳ​ນົດ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ຮ່າງ​ກົດ​ໝາຍ​ໜູ​ນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ໄດ້​ຮັບ​ການ​ຮັບ​ຮອງ, ປັບ​ປຸງ​ຕາມ​ທິດ​ກຳ​ນົດມາດ​ຕະ​ຖານ​​ເພ​ດານ ເພື່ອ​ກຳ​ນົດ​ວິ​ສາ​ຫະ​ກິດຂະ​ໜາດນ້ອຍ ແລະ ​ຂະ​ໜາດ​ກາງ.
        ຕອນ​ບ່າຍ​ວັນ​ດຽວ​ກັນ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຮ່າງ​ກົດ​ໝາຍກ່ຽວ​ກັບ​ການ​ວາງ​ແຜນ​ຜັງ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top