• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 41 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ

      ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ນຳຫນ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ມາຫວຽດນາມ ເຂົ້າຮ່ວມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 41 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ແຕ່ວັນທີ 5-6 ມັງກອນປີ 2019.
            ຕອນເຊົ້າວັນທີ 6 ມັງກອນ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ  ລາວ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 41 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ. ເມື່ອຕີລາຄາໝາກຜົນການຮ່ວມມືປີ 2018,  ນາຍົກລັດຖະມົນຕີທັງສອງທ່ານໄດ້ເປັນເອກະພາບໂດຍຖືວ່າ: ການຮ່ວມມືດ້ານເສດຖະກິດ ມີຄວາມຄືບຫນ້າຫລາຍຢ່າງ. ກວ່າ 400 ໂຄງການຂອງວິສາຫະກິດຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 4 ຕື້ USD ສືບຕໍ່ປະກອບສ່ວນໃຫ້ງົບປະມານ ແລະ ພັດທະນາເສດຖະກິດສັງຄົມຂອງລາວ, ວົງເງິນການຄ້າສອງສົ້ນປີ 2018 ບັນລຸກວ່າ 1 ຕື້ USD, ເພີ່ມຂຶ້ນ 14%ເມື່ອທຽບໃສ່ປີ 2017.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ  ທ່ານນາຍົກລັດຖະມົນຕີ ສປປ ລາວ
ທອງລຸນ ສີສຸລິດ (ພາບ:congthuong.vn)
      ກ່ຽວກັບທິດທາງການຮ່ວມມືໃນປີ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ເຫັນດີເປັນເອກະສັນກັນວ່າ ຈະສຸມໃສ່ຊຸກຍູ້ການເຕີບໂຕວົງເງິນການຄ້າສອງຝ່າຍ, ສູ້ຊົນບັນລຸລະດັບເຕີບໂຕຈາກ 10% ຂຶ້ນໄປເມື່ອທຽບໃສ່ປີ 2018. ພ້ອມກັນນັ້ນ ເພີ່ມທະວີ ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການແລກປ່ຽນບົດຮຽນກ່ຽວກັບການສ້າງນະໂຍບາຍ, ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ພັດທະນາແບບຍືນຍົງ.
            ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ກໍ່ໄດ້ມອບໃຫ້ບັນດາອົງການສອງຝ່າຍສົມທົບກັນກວດກາຄືນ, ປັບປຸງສະພາບແວດລ້ອມການລົງທຶນດຳເນີນທຸລະກິດພື້ນຖານໂຄງລ່າງເຊື່ອມຕໍ່ຄົມມະນາຄົມ, ສ້າງເງື່ອນໄຂກວ່າອີກໃຫ້ແກ່ບັນດາວິສາຫະກິດລົງທຶນຢູ່ຕະຫລາດຂອງກັນ ຈາກນັ້ນ ຍົກສູງລັກສະນະຊ່ວຍຫນູນລະຫວ່າງສອງພື້ນຖານເສດຖະກິດ.  ພິເສດ ສອງລັດຖະບານ ຈະທົດລອງນຳເອົາບັນດາເນື້ອໃນກິດຈະການປະຫວັດແຫ່ງການພົວພັນແບບພິເສດຫວຽດນາມ - ລາວ ເຂົ້າມາສິດສອນໃນບັນດາໂຮງຮຽນຂອງສອງປະເທດ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top