• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມກຸ່ມເຮັດວຽກຂອງເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດຂັ້ນສູງ ອາຊຽນ ແບບທາງໄກ

      ວັນທີ 25 ຕຸລາ, ກອງປະຊຸມກຸ່ມເຮັດວຽກຂອງ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດຂັ້ນສູງ ອາຊຽນ (ADSOM WG) ໄດ້ຈັດຕັ້ງແບບທາງໄກ.
ກອງປະຊຸມກຸ່ມເຮັດວຽກຂອງ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດຂັ້ນສູງ ອາຊຽນ (ADSOM WG) (ພາບ:qdnd.vn)
     ກ່າວຄຳເຫັນນະທີ່ນີ້, ທ່ານພັນເອກ ຫວູແທັ່ງວັນ ຫົວໜ້າກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ ຫວຽດນາມ), ຫົວໜ້າ ADSOM WG ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາການເຄື່ອນໄຫວຫຼາຍຝ່າຍ ເຊິ່ງ ຫວຽດນາມ ຄາດວ່າ ຈະເປັນເຈົ້າພາບຈັດຕັ້ງໃນໄລຍະຈະມາເຖິງ, ລວມມີກອງປະຊຸມ ADSOM WG ໃນທ້າຍເດືອນ ພະຈິກ 2021 ເພື່ອປຶກສາຫາລື, ສ້າງເອກະສານແນະນຳການຜັນຂະຫຍາຍຂໍ້ລິເລີ່ມ ຕັ້ງທຸງ ອາຊຽນ ຢູ່ຄຽງຂ້າງກັບ ທຸງຊາດຂອງ ກົມກອງທະຫານຂອງ ປະເທດສະມາຊິກ ອາຊຽນ ເມື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ຢູ່ ສປຊ, ກອງປະຊຸມຄັ້ງທີ 15 ກຸ່ມນັກຊ່ຽວຊານ ADMM+ ກ່ຽວກັບການຮັກສາສັນຕິພາບ, ຄາດວ່າຈະໄດ້ຈັດຕັ້ງຕາມຮູບແບບທາງໄກ ໃນເດືອນທັນວາ ປີ 2021.
      ຢູ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການຜັນຂະຫຍາຍໝາກຜົນຂອງກອງປະຊຸມ ADMM – 15 ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 8, ເຫັນດີເປັນເອກະພາບວຽກງານກະກຽມໃຫ້ແກ່ກອງປະຊຸມ ADMM ວົງແຄບ ແລະ ກອງປະຊຸມບໍ່ເປັນທາງການລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ກັບ ອົດສະຕາລີ ແລະ ສ.ເກົາຫຼີ ໃນເດືອນພະຈິກ ປີ 2021…
(ແຫຼ່ງຄັດຈາກ VOV)

 

 

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top