• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໝາກຜົນຂອງການເຈລະຈາຄັ້ງຫຼ້າສຸດ ລະຫວ່າງ ລັດເຊຍ ແລະ ຢູແກຼນ: ບັນລຸຄວາມຄືບໜ້າພໍສົມຄວນ

ຕາມສຳນັກຂ່າວສານ Reuters ແລ້ວ, ພາຍຫຼັງຮອບເຈລະຈາລະຫວ່າງ ລັດເຊຍ - ຢູແກຼນ ທີ່ດຳເນີນໃນວັນທີ 3 ມີນາ, ທ່ານ Vladimir Medinsky ຫົວໜ້າຄະນະເຈລະຈາລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ໄດ້ເຫັນດີສະໜັບສະໜູນຂໍ້ລິເລີ່ມເປີດແລວທາງ ມະນຸດສະທຳໃຫ້ແກ່ສາມັນຊົນ ແລະ ຄຳສັ່ງຢຸດຍິງທີ່ເປັນໄປໄດ້, ພ້ອມທັງຖືວ່າ ການເຈລະຈາບັນລຸໄດ້ຄວາມຄືບໜ້າພໍສົມຄວນ.
  ທ່ານ Vladimir Medinsky ຫົວໜ້າຄະນະເຈລະຈາລັດເຊຍ (ພາບ: AFP/TTXVN)  

 ໃນຂະນະນັ້ນ, ທ່ານ Mykhailo Podolyak ທີ່ປຶກສາປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ຮອບເຈລະຈາທີ 2 ກັບ ລັດເຊຍ ຍັງບໍ່ນຳມາເຊິ່ງໝາກຜົນ ທີ່ Kiev ໄດ້ຕັ້ງຄວາມຫວັງໄວ້, ແຕ່ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ເລື່ອງສ້າງແລວທາງມະນຸດສະທຳ ເພື່ອຍົກຍ້າຍສາມັນຊົນ. ທ່ານ Mykhailo Podolyak ໃຫ້ຮູ້ວ່າ ສອງຝ່າຍຄາດວ່າ ອາດຈະບັນລຸໄດ້ຄຳສັ່ງຢຸດຍິງຊົ່ວຄາວເພື່ອສ້າງເງື່ອນໄຂໃນການຍົກຍ້າຍສາມັນຊົນ. ທ່ານອະທິບາຍວ່າ ບໍ່ແມ່ນຢູ່ໝົດທຸກແຫ່ງ ແຕ່ຈະມີຢູ່ແຕ່ບອ່ນທີ່ມີແລວທາງມະນຸດສະທຳທີ່ສອງຝ່າຍອາດຈະຢຸດຍິງໃນຕະຫຼອດເວລາ ຍົກຍ້າຍສາມັນຊົນ.

ການເຈລະຈາລະຫວ່າງບັນດາເຈົ້າໜ້າທີ່ຢູແກຼນ ແລະ ລັດເຊຍຄັ້ງນີ້ ໄດ້ດຳເນີນຢູ່ Belovezhskaya Pushcha ຂຶ້ນກັບເຂດ Brest,  ເບລາຣຸດ ຕິດກັບໂປໂລຍ.


(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top