• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜ້າຫຼັກ/ຂ່າວເດັ່ນ ໂລກ​​ລະ​ບາດ Covid - 19: ທົ່ວ​ໂລກ​ມີ​ຜູ​້​ຕິດ​ເຊື້ອ​ພະ​ຍາດ SARS – CoV – 2 ກ່​ວາ 3,6 ລ້ານ​ຄົ​ນ

ໃນ24 ຊົ່ວໂມງທີ່ຜ່ານມາ, ທົ່ວໂລກສືບຕໍ່ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກກ່ວາ 76.000 ຄົນ ແລະ ເກືອບ 3.600 ຄົນຜູ້ເສຍຊີວິດ.

ພາບ: AP 

ຕາມເວັບໄຊສະຖິຕິ Worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 5 ພຶດສະພາ (ຕາມເວລາ ຫວຽດນາມ) ຍອດຈຳນວນຜູ້ຕິດເຊື້ອພະຍາດ SARS – CoV – 2 ໃນທົ່ວໂລກເພີ່ມຂຶ້ນກ່ວາ 3,6 ລ້ານຄົນ ແລ້ວ ແລະ ມີຜູ້ເສຍຊີວິດເກືອບ 252.000 ຄົນ.

        ປະເທດອາເມລິກາສືບຕໍ່ແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃໝ່ຕື່ມອີກຢູ່ລະດັບສະຖິຕິດ້ວຍຈຳນວນກ່ວາ 22.200 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ເພີ່ມຂຶ້ນກ່ວາ 1,2 ລ້ານຄົນ ແລະ ມີຜູ້ເສຍຊີວິດເກືອບ 69.500 ຄົນ. ສິ່ງທີ່ໜ້າສົນໃຈແມ່ນ, ລັດເຊຍຢັ້ງຢືນວ່າມີຜູ້ຕິດເຊື້ອໃໝ່ຕື່ມອີກກ່ວາ 10.500 ຄົນໃນ 2 ມື້ລຽນຕິດ, ຍົກຍອດຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນກ່ວາ 145.200 ຄົນ.

        ຢູ່ອາຊີຕາເວັນອອກສ່ຽງໃຕ້, ກະຊວງສາທາລະນະສຸກ ມາເລເຊຍໃຫ້ຮູ້ວ່າ ປະເທດນີ້ມີຜູ້ຕິດເຊື້ອໃໝ່ຕື່ມອີກ 55 ຄົນ, ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເຖິງ 6.353 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 105 ຄົນ. ໃນຂະນະນັ້ນ, ຫວຽດນາມສືບຕໍ່ບໍ່ກວດພົບຜູ້ຕິດເຊື້ອພະຍາດໃໝ່ໃນຊຸມຊົນ ໃນ 19 ມື້ລຽນຕິດ.

        ແລະກໍ່ໃນວັນທີ 4 ພຶດສະພາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດານັກອຸປະຖຳໃຫ້ຄຳໝັ້ນສັນຍາປະກອບສ່ວນ, ມຸ່ງໄປສູ່ເປົ້າໝາຍເບື້ອງຕົ້ນແມ່ນ 7,5 ຕື້ ເອີໂຣ (ປະມານ 8,2 ຕື້ USD), ເພື່ອຊຸກຍູ້ຄວາມມານະພະຍາຍາມໃນການຄົ້ນຄ້ວາ, ຜະລິດ ແລະ ແຈກຢາຍຢາວັກຊິນເພື່ອແນໃສ່ສິ້ນສຸດໄພນາບຂູ່ຂອງໂລກລະບາດ Covid – 19 ລົງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ອິນ​ເດຍ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນກ​ານ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຫວຽດ​ນາມ - ອິນ​ເດຍ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ນຳ​ວົງ​ເງິນກ​ານ​ຄ້າ​ສອງ​ສົ້ນ​ບັນ​ລຸ 20 ຕື້ USD

ຕອນບ່າຍວັນທີ 17 ມີນາ, ຢູ່ New Delhi, ໃນຂອບເຂດການຢ້ຽມຢາມອິນເດຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫ໋າຍໄດ້ພົບປະກັບທ່ານປະທານສະພາຕ່ຳ ອິນເດຍ Om Birla.

Top