• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜ້າຫຼັກ/ຂ່າວເດັ່ນ ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເຂດອະນຸສອນສະຖານພໍ່ແມ່ປະຊາຊົນ, ນັກຮົບພາກໃຕ້ ເຕົ້າໂຮມເດີນທາງໄປພາກເໜືອ

ນັບແຕ່ກາງເດືອນ ຕຸລາ 1945 ຫາເດືອນ ພຶດສະພາ 1955, ອົງຄະນະພັກ ແລະ ປະຊາຊົນແຂວງ ແທັງຮວາ ໄດ້ຕ້ອນຮັບນັກຮົບຖືກບາດເຈັບ, ພະນັກງານ, ນັກຮຽນ, ນັກສຶກສາ ແລະ ຄອບຄົວພະນັກງານຢູ່ທາງພາກໃຕ້ ຫວຽດນາມ ເຕົ້າໂຮມກັນໄປພາກເໜືອ.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຊົມຮູບຈຳລອງເຂດອະນຸສອນສະຖານ (ພາບ: TTXVN)  

ຕອນເຊົ້າວັນທີ 28 ສິງຫາ, ຢູ່ນະຄອນ ເຊິມເຊີນ, ແຂວງ ແທງຮວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເຂດອະນຸສອນສະຖານພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບ ແລະ ນັກສຶກສາພາກໃຕ້ ເຕົ້າໂຮມເດີນທາງໄປພາກເໜືອ ຢູ່ບ້ານ ກວາງຕຽນ. ຢູ່ສະຖານທີ່ກໍ່ສ້າງເຂດອະນຸສອນສະຖານ ແລະ ບາງເຂດອື່ນ,  ນັບແຕ່ກາງເດືອນ ຕຸລາ 1945 ຫາເດືອນ ພຶດສະພາ 1955, ອົງຄະນະພັກ ແລະ ປະຊາຊົນແຂວງ ແທັງຮວາ ໄດ້ຕ້ອນຮັບນັກຮົບຖືກບາດເຈັບ, ພະນັກງານ, ນັກຮຽນ, ນັກສຶກສາ ແລະ ຄອບຄົວພະນັກງານຢູ່ທາງພາກໃຕ້ ຫວຽດນາມ ເຕົ້າໂຮມກັນໄປພາກເໜືອ. ກິດຈະກຳດັ່ງກ່າວ ກໍ່ເພື່ອແນໃສ່ຕອບບຸນແທນຄຸນແຂວງ ແທັງຮວາ ໄດ້ແບ່ງປັນ ແລະ ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ພໍ່ແມ່ປະຊາຊົນທາງພາກໃຕ້.

ແລະກໍ່ໃນຕອນເຊົ້າວັນທີ 28 ສິງຫາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ເຊິມເຊີນ ຍ້ອນມີຜົນງານດີເດັ່ນໃນຂະບວນການ “ທົ່ວປະເທດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ ໄລຍະ 2016 - 2020”.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top