• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜ່ວຍປະຕິບັດງານຊ່ວຍຄະນະປະຈຳສະພາແຫ່ງຊາດກະຕຸກຊຸກຍູ້, ຕິດຕາມການປະຕິບັດບັນດາມະຕິກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19

      ມະຕິທີ່ກອງປະຊຸມຄັ້ງປະຖົມມະລຶກ, ໃນນັ້ນມີບັນດາມາດຕະການພິເສດສະເພາະ, ສ້າງພື້ນຖານດ້ານນິຕິກຳ, ເພີ່ມລັກສະນະເປັນເຈົ້າການໃຫ້ແກ່ລັດຖະບານ ແລະ ບັນດາທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19
(ທີ່ການເຮັດວຽກກັບໜ່ວຍປະຕິບັດງານ)
      ຕອນບ່່າຍວັນທີ 30 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ກ່າວຄຳເຫັນທີ່ການເຮັດວຽກກັບໜ່ວຍປະຕິບັດງານຂອງຄະນະປະຈຳສະພາແຫ່ງຊາດປະຕິບັດມະຕິ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ເນັ້ນໜັກວ່າ: ມະຕິທີ່ກອງປະຊຸມຄັ້ງປະຖົມມະລຶກ, ໃນນັ້ນມີບັນດາມາດຕະການພິເສດສະເພາະ, ສ້າງພື້ນຖານດ້ານນິຕິກຳ, ເພີ່ມລັກສະນະເປັນເຈົ້າການໃຫ້ແກ່ລັດຖະບານ ແລະ ບັນດາທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ຕອບສະໜອງຄວາມຮຽກຮ້ອງ, ຕ້ອງການຂອງພຶດຕິກຳຕົວຈິງຂອງຊີວິດການເປັນຢູ່ຢ່າງທັນການ.
“ໜ່ວຍປະຕິບັດງານຕ້ອງປະຕິບັດບົດບາດໃຫ້ຄຳປຶກສາຊ່ວຍອົງການຈັດຕັ້ງພັກໃນສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດສົມທົບກັບຄະນະ     ພະນັກງານພັກ, ລັດຖະບານ ແລະ ລັດຖະບານຫັນບັນດາເນື້ອໃນສະຫຼຸບທີ່ກອງປະຊຸມການນຳຫຼັກແຫຼ່ງຂອງພັກ ແລະ ລັດໃນໄລຍະຜ່ານມາເປັນລະອຽດ. ເຮັດແນວໃດ, ປະກາດໃຊ້ບັນດານະໂຍບາຍ, ລະບອບ, ກົນໄກໃຫ້ເໝາະສົມເພື່ອຄວບຄຸມໂລກລະບາດໂດຍໄວ ນັບທັງຍຸດທະສາດວັກຊິນ, ຜະລິດວັກຊິນຢູ່ພາຍໃນປະເທດ, ຮັບວັກຊິນຢ່າງສະເໝີພາບ, ຢາປິ່ນປົວ, ເຄື່ອງວັດຖຸອຸປະກອນການແພດ ເພື່ອຕອບສະໜອງໜ້າທີ່ຮີບດ່ວນຂອງວຽກງານປ້ອງກັນ, ຕ້ານໂລກລະບາດຢ່າງໄວທີ່ສຸດ, ທັງຮັບປະກັນຊີວິດອິນຊີ, ສຸຂະພາບຂອງປະຊາຊົນຢູ່ໃນລະດັບສູງສຸດ”.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສົນທະນານະໂຍບາຍພິເສດຢູ່ WEF Davos

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສົນທະນານະໂຍບາຍພິເສດຢູ່ WEF Davos

ບັນດາສານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບການຕີລາຄາສູງຈາກບັນດາຜູ້ແທນທີ່ເຂົ້າຮ່ວມ.

Top