ພິທີລົງນາມໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ. ພາບ: ກົງດາດ/VNP
ກ່າວຄຳເຫັນທີ່ພິທີ, ທ່ານຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ຫງວຽນງອກເຊີນ ໃຫ້ຮູ້ວ່າ: ປະຈຸບັນ, ການຜະລິດກະສິກຳຂອງ ຮ່າໂນ້ຍ ສາມາດສະໜອງພຽງ 30 – 65% (ຂຶ້ນກັບຜະລິດຕະພັນ) ໃຫ້ແກ່ຄວາມຕ້ອງການຂອງກວ່າ 10 ລ້ານຄົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ເຂດດັ່ງກ່າວ. ສິນຄ້າທີ່ຂາດຫາຍໄປແມ່ນໄດ້ເຊື່ອມຕໍ່ ແລະ ຂຸດຄົ້ນຈາກແຂວງ, ນະຄອນໃນທົ່ວປະເທດ ແລະ ນໍາເຂົ້າຈາກຕ່າງປະເທດ.
ໃນໄລຍະຜ່ານມາ, ປະຕິບັດແຜນການສ້າງໂຄງປະກອບຂະແໜງກະສິກຳຂອງເມືອງຄືນໃໝ່, ສຸມໃສ່ພັດທະນາຕ່ອງໂສ້ການສະໜອງຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ທີ່ປອດໄພໃຫ້ເມືອງ, ຜ່ານນັ້ນ 159 ແຫ່ງໄດ້ສ້າງ ແລະ ພັດທະນາລະບົບຕ່ອງໂສ້ຈາກການຜະລິດເຖິງການບໍລິໂພກຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້, ໃນນັ້ນ, ລະບົບຕ່ອງໂສ້ຜະລິດຕະພັນຕົ້ນກຳເນີດຂອງສັດ 53 ລະບົບ ແລະ ຕ່ອງໂສ້ຜະລິດຕະພັນຕົ້ນກຳເນີດພືດ 106 ລະບົບ.
ພ້ອມທັງປະຕິບັດນະໂຍບາຍ “ຮ່າໂນ້ຍ ເຖິງທົ່ວປະເທດ, ທົ່ວປະເທດເຖິງ ຮ່າໂນ້ຍ”, ນະຄອນ ຮ່າໂນ້ຍ ຍາມໃດກໍ່ຮ່ວມມື ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ ທີ່ປອດໄພຂອງບັນດາແຂວງ, ນະຄອນໃນການຊຸກຍູ້, ເຊື່ອມໂຍງ ແລະ ການບໍລິໂພກ. ຢູ່ ຮ່າໂນ້ຍ ດ້ວຍຫຼາຍຮູບຫຼາຍແບບ ເພື່ອໃຫ້ບັນດາຜະລິດຕະພັນຂອງບັນດາແຂວງ, ນະຄອນສາມາດບໍລິໂພກໄດ້ຫຼາຍທີ່ສຸດຢູ່ຕະຫຼາດ ຮ່າໂນ້ຍ, ປະກອບສ່ວນຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ເຊື່ອມຕໍ່ບັນດາພາກສ່ວນກ່ຽວຂ້ອງ, ສະໜອງສະບຽງອາຫານທີ່ມີຄຸນນະພາບສູງ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ, ຮັບໃຊ້ປະຊາຊົນ.
ປະຈຸບັນ, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ແລະ 21 ແຂວງ, ນະຄອນ ພາກເໜືອ ສືບຕໍ່ຮັກສາ 786 ຕ່ອງໂສ້ການສະໜອງສະບຽງອາຫານທີ່ປອດໄພໃຫ້ແກ່ຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳທີ່ໄດ້ກໍ່ສ້າງໃນໄລຍະ 2015-2020; ສືບຕໍ່ຜັນຂະຫຍາຍການລົງນາມ ແລະ ສົມທົບກັນຂອງ 22 ແຂວງພາກໃຕ້ ດ້ວຍຕ່ອງໂສ້ສະບຽງອາຫານປອດໄພ 140 ແຫ່ງໃຫ້ນະຄອນ ຮ່າໂນ້ຍ.
ທ່ານ ຫງວຽນຍືຕ້ຽບ, ຫົວໜ້າກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ (MARD) ໃຫ້ຮູ້ວ່າ: ໂຄງການຈະມຸ່ງໄປເຖິງການພັດທະນາແບບຍືນຍົງຂອງພື້ນຖານເສດຖະກິດ ຫວຽດນາມ ໂດຍທົ່ວໄປ ແລະ ຂະແໜງກະສິກຳເວົ້າສະເພາະ. ພາບ: ກົງດາດ/VNP
ທ່ານ ຫງວຽນຫງອກເຊີນ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ກ່າວຄຳເຫັນທີ່ພິທີລົງນາມ. ພາບ: ກົງດາດ/VNP
ທ່ານ Brian Allemekenders, ທີ່ປຶກສາດ້ານການພັດທະນາ, ຫົວໜ້າກົມຮ່ວມມືພັດທະນາຂອງສະຖານທູດການາດາ ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ພິທີລົງນາມ. ພາບ: ກົງດາດ/VNP
ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ເລືອກເຟັ້ນ ຮ່າໂນ້ຍ ເປັນທ້ອງຖິ່ນເພື່ອປະຕິບັດໂຄງການ “ປອດອາຫານເພື່ອພັດທະນາ”. ຕາມນັ້ນແລ້ວ, ຂະແໜງກະສິກຳ ຮ່າໂນ້ຍ ເລືອກເຟັ້ນລະບົບຕ່ອງໂສ້ຈຳນວນໜຶ່ງເພື່ອໜູນຊ່ວຍພື້ນຖານໂຄງລ່າງ, ອຸປະກອນ, ປັບປຸງຄຸນນະພາບອາຫານ ແລະ ຄວາມປອດໄພຈາກການຜະລິດເຖິງການບໍລິໂພກ, ການອອກແບບ, ການຫຸ້ມຫໍ່, ການຕະຫຼາດໂຮງຮຽນ... ເປັນແບບຢ່າງ, ເພື່ອຜັນຂະຫຍາຍໃນຂົງເຂດເມືອງ.
ບັນດາຜູ້ແທນໄດ້ລົງນາມໃນໂຄງການຮ່ວມມືສະໜັບສະໜູນ ຮ່າໂນ້ຍ ໃນການກໍ່ສ້າງ ແລະ ພັດທະນາຕ່ອງໂສ້ຄຸນຄ່າຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນນຳ້ ແບບຍືນຍົງ. ພາບ: ກົງດາດ/VNP
ຕາມທ່ານ Brian Allemekenders - ຫົວໜ້າອົງການຮ່ວມມືພັດທະນາ, ສະຖານທູດການາດາ ປະຈຳ ຫວຽດນາມ ແລ້ວ, ໂຄງການພັດທະນາຄວາມປອດໄພດ້ານອາຫານຈະໜູນຊ່ວຍບັນດານັກກ່ຽວຂ້ອງເຂົ້າຮ່ວມບັນດາລະບົບອຸປະກອນທົດລອງ ແລະ ກວດກາຢ່າງວ່ອງໄວທີ່ຈຳເປັນ; ການຖ່າຍໂອນວິທະຍາສາດແລະເຕັກໂນໂລຊີ, ຊອບແວການຄຸ້ມຄອງ, ຄົ້ນຫາ, ການຫັນເປັນດີຈີຕອນໃນຮູບແບບການທົດລອງ ...
ທ່ານຫົວໜ້າກົມຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນຳ້ ຫງວຽນຍືຕ້ຽບ ໃຫ້ຮູ້ວ່າ: ເປົ້າໝາຍຂອງໂຄງການແມ່ນໜູນຊ່ວຍນະຄອນ ຮ່າໂນ້ຍ ກໍ່ສ້າງ ແລະ ພັດທະນາຕ່ອງໂສ້ຄຸນຄ່າບຜະລິດຕະພັນກະເສດ, ປ່າໄມ້ ແລະ ສິນໃນຳ້ແບບຍືນຍົງ (ຄາດວ່າ 7-8 ລະບົບ), ສະໜັບສະໜູນການສ້າງຍີ່ຫໍ້, ເຄື່ອງໝາຍການຄ້າ, ຈັດຕັ້ງການສື່ສານເພື່ອສົ່ງເສີມ, ເຊື່ອມຕໍ່, ສົ່ງເສີມບາງຜະລິດຕະພັນຂອງລະບົບຕ່ອງໂສ້./.
ປະຕິບັດ: ກົງດາດ/VNP