• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງ​ສື​ພິມ Nikkei Asia ແນະ​ນຳ​ບັນ​ດາ​ຄວາ​ມ​ສະ​ເໜ່ຂອງ​ຮ່າ​ໂນ້ຍ

ບົດຂຽນ ໃຫ້ຮູ້ວ່າ ອາຫານການກິນແມ່ນ ຄວາມສະເໜ່ທີ່ຂາດບໍ່ໄດ້ຂອງຮ່າໂນ້ຍ, ດ້ວຍເຍື່ອງອາຫານຕ່າງໆຄື: ເຝີ, ບັ້ນແຊ່ວ, ເຂົ້າປູ້ນຊີ້ນປິ້ງ, ເຂົ້າຈີ, ບັ້ນຄຸກ…
ບົດຂຽນໄດ້ເອົາລົງໃນເວັບໄຊຂອງ ໜັງສືພິມ Nikkei Asia (ພາບ: Nikkei Asia )

ວັນທີ 1 ມີນາ, ເວັບໄຊຂອງໜັງສືພິມ Nikkei Asia ໄດ້ລົງບົດຂຽນ “ຍ່າງຫຼິ້ນຢູ່ຮ່າໂນ້ຍ: ເຊີດຊູຄວາມສະເໜ່ຂອງນະຄອນ, ອາຫານການກິນຖະໜົນຫົນທາງ ແລະ ເຂດມໍລະດົກຈາກອະດີດຕະການ” ຂອງຜູ້ຂຽນ Zinara Rathnayake. ບົດຂຽນພັນລະນາການດຳລົງຊີວິດທີ່ຄຶກຄື້ນ ແລະ ລາຍລະອຽດບັນດາ ຄວາມສະເໜ່” ຂອງນະຄອນຮ່າໂນ້ຍ, ແຕ່ເຂດຖະໜົນເກົ່າທີ່ຄຶກຄື້ນມ່ວນຊືນ, ອາຫານການກິນທີ່ດຶງດູດໃຈ, ວັດທະນະທຳກາເຟ, ປະຫວັດສາດທີ່ອົງອາດກ້າຫານຂອງນະຄອນ ຕະຫລອດຮອດໄວໜຸ່ນທີ່ມີຄວາມຂະຫຍັນຂັນເຄື່ອນພວມມານະພະຍາຍາມປະກອບສ່ວນໃຫ້ແກ່ນະຄອນ.

ບົດຂຽນ ໃຫ້ຮູ້ວ່າ ອາຫານການກິນແມ່ນ ຄວາມສະເໜ່ທີ່ຂາດບໍ່ໄດ້ຂອງຮ່າໂນ້ຍ, ດ້ວຍເຍື່ອງອາຫານຕ່າງໆຄື: ເຝີ, ບັ້ນແຊ່ວ, ເຂົ້າປູ້ນຊີ້ນປິ້ງ, ເຂົ້າຈີ, ບັ້ນຄຸກ…ຜູ້ຂຽນໃຫ້ຄຳຄິດເຫັນກ່ຽວກັບອາຫານຫວຽດນາມແມ່ນ “ມີຄວາມດຸ່ນດ່ຽງລະຫວ່າງບັນດາລົດຊາດຄື: ຫວານ, ເຄັມ, ຂົມ, ສົ້ມ ແລະ ເພັດ”ແລະ ຍ້ອນວ່າຢາກແນະນຳອາຫານຫວຽດນາມ ດັ່ງນັ້ນ ຜູ້ຂຽນໄດ້ປະຕິບັດການໄປທ່ຽວນີ້. ມ້ວນທ້າຍບົດຂຽນ ດ້ວຍຄຳແນະນຳ 10 ສິ່ງຄວນເຮັດທີ່ສຸດເມື່ອມາຮ່າໂນ້ຍ, ໃນນັ້ນ ມີການແນະນຳບັນດາສະຖານທີ່ທ່ອງທ່ຽວ ແລະ ແຂກທ່ອງທ່ຽວຄວນຊິມເຍື່ອງອາຫານຕ່າງໆຂອງຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics

Top