• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງສືພິມ ລາວ ຕີລາຄາສູງຕໍ່ຜົນງານຂອງ ຫວຽດນາມ ແລະ ສາຍພົວພັນແບບພິເສດ ລະຫວ່າງສອງປະເທດ

      ໃນຕະຫຼອດ 76 ປີຜ່ານມາ, ຫວຽດນາມ ໄດ້ສ້າງກຸ່ມກ້ອນມະຫາສາມັກຄີທີ່ເປັນປຶກແຜ່ນແໜ້ນໜາ, ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປົກປັກຮັກສາພື້ນຖານເອກະລາດ, ເສລີພາບຂອງຊາດ; ສ້າງສາ ແລະ ພັດທະນາປະເທດຊາດໃຫ້ “ນັບມື້ນັບອຸດົມຮັ່ງມີ, ຮຸ່ງເຮືອງສີວິໄລ ແລະ ສວຍງາມກວ່າ”; ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການສ້າງພື້ນຖານສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
ໜັງສືພິມ Pathet Lao Daily ຂອງ ສຳນັກຂ່າວສານປະເທດລາວ  (ພາບ: TTXVN)
         ໃນໜ້າທຳອິດຂອງໜັງສືພິມ Pathet Lao Daily ຂອງ ສຳນັກຂ່າວສານປະເທດລາວ ສະບັບອອກວັນທີ 01 ກັນຍາ ໄດ້ລົງພິມບົດຂຽນ ດ້ວຍຫົວຂໍ້ “ສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 76 ປີ”. ຕາມບົດຂຽນດັ່ງກ່າວແລ້ວ, ໃນຕະຫຼອດ 76 ປີຜ່ານມາ, ຫວຽດນາມ ໄດ້ສ້າງກຸ່ມກ້ອນມະຫາສາມັກຄີທີ່ເປັນປຶກແຜ່ນແໜ້ນໜາ, ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປົກປັກຮັກສາພື້ນຖານເອກະລາດ, ເສລີພາບຂອງຊາດ; ສ້າງສາ ແລະ ພັດທະນາປະເທດຊາດໃຫ້ “ນັບມື້ນັບອຸດົມຮັ່ງມີ, ຮຸ່ງເຮືອງສີວິໄລ ແລະ ສວຍງາມກວ່າ”; ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການສ້າງພື້ນຖານສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
        ກ່ຽວກັບສາຍພົວພັນລະຫວ່າງ ຫວຽດນາມ - ລາວ, ບົດຂຽນດັ່ງກ່າວ ກໍໄດ້ຢັ້ງຢືນວ່າ ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການໃນປະຫວັດສາດ, ສາຍພົວພັນລະຫວ່າງ ຫວຽດນາມ - ລາວ ໄດ້ກາຍເປັນສາຍພົວພັນ “ໄມຕີຈິດມິດຕະພາບອັນຍິ່ງໃຫຍ່”, ເປັນແບບຢ່າງທີ່ຫາຍາກໃນສາຍພົວພັນສອງຝ່າຍໃນໂລກ.
        ປັດຈຸບັນ, ໃນສະພາບການໂລກ ແລະ ພາກພື້ນ ພວມມີການຜັນແປຢ່າງວ່ອງໄວ, ສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ພິເສດແມ່ນໃນການແຜ່ລະບາດຮອບໃໝ່ຂອງໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບບໍ່ດີໃນຂອບເຂດທົ່ວໂລກ, ນັບທັງ ຫວຽດນາມ ແລະ ລາວ. ເຖິງວ່າພວມປະສົບກັບຄວາມຫຍຸ້ງຍາກນາໆປະການກໍຕາມ ແຕ່ການນຳຂັ້ນສູງພັກ, ລັດ ຫວຽດນາມ ແລະ ລາວ ຍັງປະຕິບັດການຢ້ຽມຢາມສັນຖະວະໄມຕີຄັ້ງໆຕ່າງໆຢ່າງເປັນທາງການ, ຜ່ານນັ້ນ ສະແດງໃຫ້ເຫັນສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ

ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ

ສອງປະເທດພວມມານະພະຍາຍາມມຸ່ງໄປເຖິງການນຳວົງເງິນການຄ້າບັນລຸລະດັບ 25 ຕື້ USD ຕາມທິດຸ່ນດ່ຽງກ່ວາ. ນີ້ແມ່ນໜ້າທີ່ຂອງສະຖານທູດ, ພິເສດແມ່ນຂອງພະນັກງານການຄ້າ.

Top