• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງສືພິມ ລັດເຊຍ ຢືນຢັນຄຸນຄ່າແນວທາງ “ການທູດໄມ້ໄຜ່” ຫວຽດນາມ

ບົດຂຽນໄດ້ຂຽນວ່າ: ໃນຕະຫຼອດໄລຍະປະວັດສາດປະເທດ ຫວຽດນາມ ເອກະລາດ, ພັກກອມມູນິດ ຫວຽດນາມ ຖືແນວຮົມການຕ່າງປະເທດແມ່ນພາກສ່ວນສຳຄັນທີ່ສຸດໃນການຕໍ່ສູ້ປະຕິວັດ
ທ່ານປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ Vladimir Putin (ພາບ: TTXVN)

ໜັງສືພິມ ຄວາມຈິງ (Pravda) ຂອງສະຫະພັນ ລັດເຊຍ, ສະບັບອອກວັນທີ 30 ສິງຫາ, ໄດ້ມີບົດຂຽນດ້ວຍຫົວຂໍ້ “ການທູດໄມ້ໄຜ່ຂອງ ຮ່າໂນ້ຍ”, ໃນນັ້ນ, ຢືນຢັນຄຸນຄ່າຂອງແນວທາງການທູດໄມ້ໄຜ່ໄດ້ຊ່ວຍໃຫ້ ຫວຽດນາມ ມີການພົວພັນກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະ ມີອິດທິພົນຊື່ສຽງ, ກໍຄືຄວາມໄວ້ເນື້ອເຊື່ອໃຈບົນເວທີສາກົນ.

ບົດຂຽນໄດ້ຂຽນວ່າ: ໃນຕະຫຼອດໄລຍະປະວັດສາດປະເທດ ຫວຽດນາມ ເອກະລາດ, ພັກກອມມູນິດ ຫວຽດນາມ ຖືແນວຮົມການຕ່າງປະເທດແມ່ນພາກສ່ວນສຳຄັນທີ່ສຸດໃນການຕໍ່ສູ້ປະຕິວັດ, ບໍ່ພຽງແຕ່ເພື່ອເອກະລາດ, ເປັນເຈົ້າຕົນເອງເທົ່ານັ້ນ, ຫາກຍັງຮັບປະກັນໃຫ້ແກ່ການພັດທະນາຄວາມກ້າວໜ້າ ແລະ ກ້າວໄປເຖິງອະນາຄົດສັງຄົມນິຍົມຂອງຊາດ ຫວຽດນາມ ອີກດ້ວຍ. ໃນທຸກວັນນີ້, ຂະແໜງການທູດໄດ້ຮັບໜ້າທີ່ນຳໜ້າໃນການປົກປ້ອງຜົນປະໂຫຍດຂອງຊາດ ຫວຽດນາມ. ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ, ດ້ວຍທິດທາງ “ການທູດໄມ້ໄຜ່”, ຫວຽດນາມ ພວມຮັກສາການພົວພັນກັບທຸກໆປະເທດ, ພ້ອມແລ້ວຈະຮ່ວມມືກັບ ລັດເຊຍ ບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top