ຂ່າວສານ ໄວລັດ Hanta: ຍົກຍ້າຍຄົນສຸດທ້າຍ ອອກຈາກກຳປັ່ນ MV Hondius ໄປຍັງ ໂຮນລັງ 12/05/2026 22 ຄົນສຸດທ້າຍທີ່ໄດ້ຍົກຍ້າຍອອກຈາກກຳປັ່ນທ່ອງທ່ຽວ MV Hondius ຈະຮ່ວມເດີນທາງໄປໂຮນລັງໃນຖ້ຽວບິນດຽວກັນ, ຍ້ອນວ່າຝ່າຍອົດສະຕາລີ ບໍ່ຮັບປະກັນໃຫ້ຖ້ຽວບິນຍົກຍ້າຍປະຕິບັດຕາມແຜນການທີ່ໄດ້ກຳນົດ. ພາບປະກອບ: REUTERS/Piroschka van de Wouw ວັນທີ 11 ພຶດສະພາ, ວົງການເຈົ້າໜ້າທີ່ ແອັດສະປາຍ ໃຫ້ຮູ້ວ່າ 22 ຄົນສຸດທ້າຍທີ່ໄດ້ຍົກຍ້າຍອອກຈາກກຳປັ່ນທ່ອງທ່ຽວ MV Hondius ຈະຮ່ວມເດີນທາງໄປໂຮນລັງໃນຖ້ຽວບິນດຽວກັນ, ຍ້ອນວ່າຝ່າຍອົດສະຕາລີ ບໍ່ຮັບປະກັນໃຫ້ຖ້ຽວບິນຍົກຍ້າຍປະຕິບັດຕາມແຜນການທີ່ໄດ້ກຳນົດ. ແລະກໍ່ໃນວັນດຽວກັນ, ກະຊວງສາທາລະນະສຸກ ຝລັ່ງ ໃຫ້ຮູ້ວ່າ 1 ໃນຈຳນວນຊາວຝລັ່ງ 5 ຄົນທີ່ກັບເມືອປະເທດນັ້ນ ມີຜົນກວດວ່າຕິດເຊື້ອໄວລັດ Hanta ແລະ ສຸຂະພາບຂອງຜູ້ນີ້ໄດ້ຊຸດໂຊມລົງໃນຕອນຄ່ຳວັນທີ 10 ພຶດສະພາ. ໃນຂະນະນັ້ນ, 2 ກໍລະນີແມ່ນຄົນເຈບຊາວອາເມລິກາ ກໍ່ໄດ້ສົ່ງໄປຍັງບ່ອນປິ່ນປົວພະຍາດພິເສດ ພາຍຫຼັງເຮືອບິນຍົກຍ້າຍລົງຈອດຢູ່ລັດ Nebraska ເມື່ອຮຸ່ງເຊົ້າວັນທີ 11 ພຶດສະພາ ຕາມເວລາທ້ອງຖິ່ນ. ໃນບົດຂຽນທີ່ລົງໃນສື່ສັງຄົມ Xວັນທີ 11 ພຶດສະພາ, ທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ ຕີລາຄາຄວາມສ່ຽງຕໍ່ມວນຊົນ ຍ້ອນໂລກພະຍາດ ໄວຣັດ Hanta ຍັງຢູ່ລະດັບຕ່ຳ, ແຕ່ຕາມທ່ານແລ້ວ, ສິ່ງສຳຄັນແມ່ນຄວາມມານະພະຍາຍາມຂອງການແພດສາກົນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ທຸກຄົນ, ລວມມີຜູ້ໂດຍສານ ແລະ ລູກເຮືອຂອງກຳປັ່ນ MV Hondius (ແຫຼ່ງຄັດຈາກ VOV)

22 ຄົນສຸດທ້າຍທີ່ໄດ້ຍົກຍ້າຍອອກຈາກກຳປັ່ນທ່ອງທ່ຽວ MV Hondius ຈະຮ່ວມເດີນທາງໄປໂຮນລັງໃນຖ້ຽວບິນດຽວກັນ, ຍ້ອນວ່າຝ່າຍອົດສະຕາລີ ບໍ່ຮັບປະກັນໃຫ້ຖ້ຽວບິນຍົກຍ້າຍປະຕິບັດຕາມແຜນການທີ່ໄດ້ກຳນົດ. ພາບປະກອບ: REUTERS/Piroschka van de Wouw ວັນທີ 11 ພຶດສະພາ, ວົງການເຈົ້າໜ້າທີ່ ແອັດສະປາຍ ໃຫ້ຮູ້ວ່າ 22 ຄົນສຸດທ້າຍທີ່ໄດ້ຍົກຍ້າຍອອກຈາກກຳປັ່ນທ່ອງທ່ຽວ MV Hondius ຈະຮ່ວມເດີນທາງໄປໂຮນລັງໃນຖ້ຽວບິນດຽວກັນ, ຍ້ອນວ່າຝ່າຍອົດສະຕາລີ ບໍ່ຮັບປະກັນໃຫ້ຖ້ຽວບິນຍົກຍ້າຍປະຕິບັດຕາມແຜນການທີ່ໄດ້ກຳນົດ. ແລະກໍ່ໃນວັນດຽວກັນ, ກະຊວງສາທາລະນະສຸກ ຝລັ່ງ ໃຫ້ຮູ້ວ່າ 1 ໃນຈຳນວນຊາວຝລັ່ງ 5 ຄົນທີ່ກັບເມືອປະເທດນັ້ນ ມີຜົນກວດວ່າຕິດເຊື້ອໄວລັດ Hanta ແລະ ສຸຂະພາບຂອງຜູ້ນີ້ໄດ້ຊຸດໂຊມລົງໃນຕອນຄ່ຳວັນທີ 10 ພຶດສະພາ. ໃນຂະນະນັ້ນ, 2 ກໍລະນີແມ່ນຄົນເຈບຊາວອາເມລິກາ ກໍ່ໄດ້ສົ່ງໄປຍັງບ່ອນປິ່ນປົວພະຍາດພິເສດ ພາຍຫຼັງເຮືອບິນຍົກຍ້າຍລົງຈອດຢູ່ລັດ Nebraska ເມື່ອຮຸ່ງເຊົ້າວັນທີ 11 ພຶດສະພາ ຕາມເວລາທ້ອງຖິ່ນ. ໃນບົດຂຽນທີ່ລົງໃນສື່ສັງຄົມ Xວັນທີ 11 ພຶດສະພາ, ທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ ຕີລາຄາຄວາມສ່ຽງຕໍ່ມວນຊົນ ຍ້ອນໂລກພະຍາດ ໄວຣັດ Hanta ຍັງຢູ່ລະດັບຕ່ຳ, ແຕ່ຕາມທ່ານແລ້ວ, ສິ່ງສຳຄັນແມ່ນຄວາມມານະພະຍາຍາມຂອງການແພດສາກົນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ທຸກຄົນ, ລວມມີຜູ້ໂດຍສານ ແລະ ລູກເຮືອຂອງກຳປັ່ນ MV Hondius
ບັນດາບົດຕໍ່ໄປ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພົບປະກັບຜູ້ແທນ 100 ຄົນໃນລາຍການ “ວຽກດີຄົນເດັ່ນ” ຂອງວິທະຍຸໂທລະພາບ ຫວຽດນາມ11/06/2026ຂ່າວສານ “ຈົ່ງຖືເປັນສຳຄັນມາດຕະຖານຄວາມເປັນມະນຸດ ຫວຽດນາມ ໃນສະໄໝໃໝ່ ແລະ ສະພາບແວດລ້ອມສັງຄົມທີ່ອວຍນວຍຄວາມສະດວກເພື່ອໃຫ້ວຽກດີຄົນເດັ່ນໄດ້ຮັບການປົກປ້ອງ ແລະ ແຜ່ກະຈາຍ..." ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ: ເຕົ້າໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກວ່າ 1.100 ຊຸດ11/06/2026ຂ່າວສານອັດເວທີປາໄສ AFF 2026: ມີຫຼາຍຂໍ້ລິເລີ່ມໃຫ້ແກ່ອະນາຄົດຂອງພາກພື້ນ10/06/2026ຂ່າວສານ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ສ້າງສາພັດທະນາຈາກສິ່ງທ້າທາຍດ້ານດິນຟ້າອາກາດ10/06/2026ຂ່າວສານຫວຽດນາມ ປາດຖະໜາຢາກເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບ Timor – Leste10/06/2026ຂ່າວສານເວທີປາໄສ ອະນາຄົດ ອາຊຽນ 2026 - ເພີ່ມທະວີການຮ່ວມມືກັບ ອາເມລິກາ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ10/06/2026ຂ່າວສານຫວຽດນາມ ຍາມໃດກໍຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ10/06/2026ຂ່າວສານ ອ່ານເພີ່ມ