• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸ​ມ​ໃຫຍ່​ແນ​ວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ XI, ສະ​ໄໝ 2026 – 2031

ຕອນ​ເຊົ້າ​ວັນ​ທີ 12 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ໄຂ​ກອງ​ປະ​ຊຸມໃຫຍ່​ຜູ້​ແທນ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ XI ສະ​ໄໝ 2026 – 2031, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ການ​ນຳ, ອະ​ດ​ີດ​ການ​ນຳ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ພ້ອມ​ດ້ວຍ​ຜູ້​ແທນກວ່າ 1.100 ທ່ານ.
  ບັນ​ຍາ​ກາ​ດ​ຂອງ​ພິ​ທີ​ໄຂ  

ໂດຍ​​ດຳ​ເນີນ​ແຕ່​ວັນ​ທີ 11 – 13 ພຶດ​ສະ​ພາ, ກອງ​ປະ​ຊຸມ​ໃຫຍ່​ມີ​ຫົວ​ຂໍ້ “ສາ​ມັກ​ຄີ - ປະ​ຊາ​ທິ​ປະ​ໄຕ - ປ່ຽນ​ແປງ​ໃໝ່ - ປະ​ດິດ​ຄິດ​ສ້າງ - ພັດ​ທະ​ນາ”. ນີ​້​ແມ່ນ​ເຫດ​ການ​ການ​ເມືອງ - ສັງ​ຄົມ​ທີ່​ສຳ​ຄັນ, ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ສັງ​ກ​າດ​ໃໝ່.

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 11 ພຶ​ດ​ສະ​ພາ, ກອງ​ປ​ະ​ຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນ​ວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຄັ້ງ​ທີ XI, ສະ​ໄໝ 2026 – 2031 ໄດ້​ສຳ​ເລັດ​ລາຍ​ການ​ເຮັດ​ວຽກ​ໃນ​ມື້​ທຳ​ອິດ. ຕອນ​ເຊົ້າ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ໄດ້​ເຂົ້າ​ສຸ​ສານ​ວາງ​ພວງ​ມາ​ລາ, ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ. ​ຕອນ​ບ່າຍ, ກອງ​ປະ​ຊຸມ​ໃຫຍ່​ໄດ້​ກ່າວ​ເຂົ້າ​ສູ່​ວາ​ລະ​ເຮັດ​ວຽກ​ທຳ​ອິດ, ເລືອກ​ຄັ້ງ​ຄະ​ນະ​ປະ​ທານ ແລະ ຄະ​ນະ​ເລ​ຂາ​ຂອງກອງ​ປະ​ຊຸມ​ໃຫຍ່; ຮັບ​ຮອງ​ເອົາ​ລາຍ​ການ, ລະ​ບຽບ​ການ​ເຮັດ​ວຽກຂອງກອງ​ປະ​ຊຸມ. ບັນ​ດາ​ຜູ້​ແທນ​ກໍ​ໄດ້​ປະ​ກອບ​ຄຳ​ເຫັນ​ໃສ່​ບັນ​ດາ​ເນື້ອ​ໃນ​ກອງ​ປະ​ຊຸມ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ​ຄັ້ງ​ທີ XI: ແນວ​ໂຮມ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ເພື່ອ​ໃກ້​​ກັບຊິດ​ປະ​ຊາ​ຊົນກວ່າ​ເກົ່າ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ​ຄັ້ງ​ທີ XI: ແນວ​ໂຮມ​ປ່ຽນ​ແປງ​ໃໝ່​ຢ່າງ​ແຮງ​ເພື່ອ​ໃກ້​​ກັບຊິດ​ປະ​ຊາ​ຊົນກວ່າ​ເກົ່າ

ມີ​ຜູ້​ແທນຫຼາຍ​ທ່ານ​ຖືກວ່າ ຈຸດ​ພົ້ນ​ເດັ່ນ​ໃຫຍ່​ທີ່​ສຸດ​ຂອງ​ສະ​ໄໝ​ນີ້​ແມ່ນ​ການ​ສ້າງ ແນວ​ໂຮມ​ດີ​ຈີ​ຕອນ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ເພື່ອ​ເຊື່ອມ​ຕໍ່​ກັບ​ປະ​ຊາ​ຊົນ​ຢ່າງວ່ອງ​ໄວ​ກວ່າ, ທັນ​ການກວ່າ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ.

Top