ຂ່າວສານ

ໄວ​ລັດ Hanta: ຍົກ​ຍ້າຍ​​ຄົນ​ສຸດ​ທ້າຍ ອອກ​ຈາກ​ກຳ​ປັ່ນ MV Hondius ໄປ​ຍັງ ໂຮນ​ລັງ

22 ຄົນ​ສຸດ​ທ້າຍ​ທີ່​ໄດ້​​ຍົກ​ຍ້າຍ​ອອກ​ຈາກ​ກຳ​ປັ່ນ​ທ່ອງ​ທ່ຽວ MV Hondius ຈະຮ່ວມເດີ​ນ​ທາງໄປ​ໂຮນ​ລັງ​ໃນ​ຖ້ຽວ​ບິນ​ດຽວ​ກັນ​, ຍ້ອນ​ວ່າ​ຝ່າຍ​ອົດ​ສະ​ຕາ​ລີ ບໍ່​ຮັ​ບ​ປະ​ກັນ​ໃຫ້​ຖ້ຽວ​ບິນ​ຍົກ​ຍ້າຍປະ​ຕິ​ບັດ​ຕາມ​ແຜນ​ການ​ທີ່​ໄດ້ກຳ​ນົດ.
  ພາບ​ປະ​ກອບ: REUTERS/Piroschka van de Wouw  
ວັນ​ທີ 11 ພຶດ​ສະ​ພາ, ວົງ​ການ​ເຈົ້າ​ໜ້າ​ທີ່ ແອັດ​ສະ​ປາຍ ໃຫ້​ຮູ້​ວ່າ 22 ຄົນ​ສຸດ​ທ້າຍ​ທີ່​ໄດ້​​ຍົກ​ຍ້າຍ​ອອກ​ຈາກ​ກຳ​ປັ່ນ​ທ່ອງ​ທ່ຽວ MV Hondius ຈະຮ່ວມເດີ​ນ​ທາງໄປ​ໂຮນ​ລັງ​ໃນ​ຖ້ຽວ​ບິນ​ດຽວ​ກັນ​, ຍ້ອນ​ວ່າ​ຝ່າຍ​ອົດ​ສະ​ຕາ​ລີ ບໍ່​ຮັ​ບ​ປະ​ກັນ​ໃຫ້​ຖ້ຽວ​ບິນ​ຍົກ​ຍ້າຍປະ​ຕິ​ບັດ​ຕາມ​ແຜນ​ການ​ທີ່​ໄດ້ກຳ​ນົດ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຝ​ລັ່ງ ໃຫ້​ຮູ້​ວ່າ​ 1 ໃນ​ຈຳ​ນວນ​ຊາວ​ຝ​ລັ່ງ 5 ຄົນ​​ທີ່ກັບ​ເມືອ​ປະ​ເທດ​ນັ້ນ​ ມີ​ຜົນ​ກວດ​​ວ່າຕິດ​ເຊື້ອ​ໄວ​ລັດ Hanta ແລະ ສຸ​ຂະ​ພາບ​ຂອງ​ຜູ້​ນີ້​ໄດ້​ຊຸດ​ໂຊມລົງ​ໃນ​ຕອນ​ຄ່ຳ​ວັນ​ທີ 10 ພຶດ​ສະ​ພາ. ໃນ​ຂະ​ນະ​ນັ້ນ, 2 ກໍ​ລະ​ນີແມ່ນ​ຄົນ​ເຈບ​ຊາວ​ອາ​ເມ​ລິ​ກາ ກໍ່​ໄດ້​ສົ່ງ​ໄປ​ຍັງ​ບ່ອນ​ປິ່ນ​ປົວ​ພະ​ຍາດ​ພິ​ເສດ ພາຍຫຼັງ​ເຮືອ​ບິນ​ຍົກ​ຍ້າຍ​ລົງ​ຈອດ​ຢູ່​ລັດ Nebraska ເມື່ອ​​ຮຸ່ງ​ເຊົ້າ​ວັນ​ທີ 11 ພຶດ​ສະ​ພາ ຕາມ​ເວ​ລາ​ທ້ອງ​ຖິ່ນ. ໃນ​ບົດ​ຂຽນ​ທີ່​​ລົງ​ໃນ​ສື່​ສັງ​ຄົມ X​ວັນ​ທີ 11 ພຶດ​ສະ​ພາ, ທ່ານ Antonio Guterres ​ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ຕີ​ລາ​ຄາ​ຄວາມ​ສ່ຽງ​ຕໍ່​ມວນ​ຊົນ ຍ້ອນ​ໂລກພະ​ຍາດ ໄວ​ຣັດ Hanta ຍັງ​ຢູ່​ລະ​ດັບ​ຕ່ຳ, ແຕ່​ຕາມ​ທ່ານ​ແລ້ວ, ສິ່ງ​ສຳ​ຄັນ​​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ການ​ແພດ​ສາ​ກົນ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ທຸກ​ຄົນ, ລວມ​ມີ​ຜູ້​ໂດຍ​ສານ ແລະ ລູກ​ເຮືອ​ຂອງ​ກຳ​ປັ່ນ MV Hondius

top