• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄລ​ຍະ 2026 – 2030: ທັງ​ເຕີບ​ໂຕ 2 ຕົວ​ເລກ​ຕໍ່​ປີ ທັງ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ

ໂດຍ​ສືບ​ຕໍ່​ລາຍ​ການ​ເຮັດ​ວຽກ​ຂອງ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI, ວັນ​ທີ 21 ເມ​ສາ, ຢູ່​ຮ່າ​ໂນ້ຍ, ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ.
  ​ຄະ​ນະ​ປະ​ທານກອ​ງ​ປະ​ຊຸມ (ພາບ: quochoi.vn)  

ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໄລ​ຍະ 5 ປີ 2026 – 2030 ແມ່ນ​ເນື້ອ​ໃນ​ຈຸດ​ສຸມ​ ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 21 ເມ​ສາ. ທ່ານ ໂງວັນ​ຕວັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຫວຽດ​ນາມ ໃຫ້​ຮູ້​ວ່າ ລັດ​ຖະ​ບານ​ຕັດ​ສິນ​ໃຈ​ໃນ​ໄລ​ຍະ 2026 – 2030, ແຕ່​ລະ​ປີ ທັງ​ເຕີບ​ໂຕ 2 ຕົ​ວ​ເລກ ທັງ​ຮັກ​ສາ​ສະ​ຖຽນ​ລ​ະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ. ກ່ຽວ​ກັບ​ມາດ​ຕະ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ນີ້, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຫວຽດ​ນາມ ໂງວັນ​ຕວັນ ໃຫ້​ຮູ້​ວ່າ:

“ມາດ​ຕະ​ການ​ລະ​ອຽດ​ແມ່ນ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ເຕີບ​ໂຕ​ອີງ​ໃສ່​ການ​ຫັນ​ເປັນ​ດີ​ຈີ​ຕອນ; ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ; ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ; ເພີ່ມ​ທະ​ວີ ແລະ ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ເຊື່ອມ​ຕໍ່​ເຂດ; ຜະ​ລິດ​ຕາມ​ລະ​ບົບ​ມູນ​ຄ່າ. ພິ​ເສດລະ​ດົມ​ແຫຼ່ງ​ທຶນ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ລົງ​ທຶນ​ພາກ​ລັດ​. ການ​ລົງ​ທຶນ​ພາກ​ລັດສວມ​ບົດ​ບາດ​ນຳ​ພາ​ການ​ລົງ​ທຶນ ແລະ ຊຸກ​ຍູ້​ການ​ເຕີບ​ໂຕ​ໃນ​ໄລ​ຍະ 2026 – 2030. ສົມ​ທົບ​ກັນ​ລະ​ຫວ່າງ​ສົນ​ປີ​ການ​ເງິນ ແລະ ນະ​ໂຍ​ບາຍ​ເງິນ​ຕາ​ຢ່າງ​ແໜ້ນ​ແຟ້ນ, ຮັບ​ປະ​ກັນ​ການ​ສະ​ໜອງ​ທຶນ​ໃຫ້​ແກ່​ເສດ​ຖະ​ກິດ, ຮັບ​ປະ​ກັນ​ສະ​ຖຽນ​ລ​ະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ”.

  ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: quochoi.vn)  

ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ແຜນ​ກາ​ນ​ລົງ​ທຶນ​ໄລ​ຍະ​ກາງ 2026 – 2030; ແຜນ​ການ​ການ​ເງິນ​ແຫ່ງ​ຊາດ​ໄລ​ຍະ 2026 – 2030.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ

ວັນ​ທີ 19 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ທ່ານ ພົນ​ເອກ ຟານ​ວັນ​ຢາງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ເປັ​ນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ, ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ Rajnath Singth ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ.

Top