• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄປວັດຕົ້ນປີ,ຈຸດວັດທະນະທຳອັນດີງາມໃນຊີວິດດ້ານຈິດວິນຍານຂອງຊາວຫວຽດນາມ

ແຕ່ດົນນານມາແລ້ວ, ສຳລັບຊາວຫວຽດນາມຫລາຍຄົນ ໄປວັດຕົ້ນປີແມ່ນຄວາມຊີນເຄີຍ, ນີ້ແມ່ນຈຸດວັດທະນະທຳອັນດີງາມສ້າງສີສັນພື້ນຖານວັດທະນະທຳທີ່ກ້າວຫນ້າເຂັ້ມຂົ້ນໄປດ້ວຍສີສັນຊາດ. 


ຊາວຫວຽດນາມ ເຄີຍ ໄປວັດໃນຊຸມມື້ຕົ້ນປີໃຫມ່

ພາບ:phatgiao

ພາຍຫລັງຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່, ຫລາຍຄອບຄົວໄດ້ພາກັນໄປວັດເພື່ອພາວະນາຂໍໃຫ້ປີໃຫມ່ມີໂຊກມີໄຊ, ສະຫງົບສຸກ. ເອື້ອຍ ຫງວຽນທູຮ່າ ຊາວ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ປີໃດ ຂ້າພະເຈົ້າກໍ່ໄປວັດ, ທຳອິດແມ່ນໄປວັດຢູ່ສະຖານທີ່ຕົນເອງດຳລົງຊີວິດ, ຫລັງຈາກນັ້ນໄປວັດອື່ນຄື ວັດຟຸກແຄງ, ວັດເຈີນກວັກ… ຢູ່ອ້ອມແອ້ມຫນອງໂຮ່ໄຕ. ເມື່ອຂຶ້ນວັດ ຕົນເອງຮູ້ສຶກຈິດໃຈສະຫວາດສະເຫວີຍ, ພາວະນາຂໍໃຫ້ປີໃຫມ່ມີໂຊກລາບ, ມີຄວາມຢູ່ເຢັນເປັນສຸກຕະຫລອດປີ.”

ແຕ່ລະປີ, ເມື່ອລະດູບານໃຫມ່ບຸນເຕັດວຽນມາ, ກໍ່ເຊັ່ນດຽວກັນກັບຊາວຫວຽດນາມ ຢູ່ ພາຍໃນປະເທດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດກໍ່ໄປວັດເພື່ອພາວະນາຂໍໃຫ້ປະເທດຊາດ, ຄອບຄົວມີຄວາມສະຫງົບສຸກ. ທ່ານນາງ ຫງວຽນທິມັງ ຊາວຫວຽດນາມ ອາໄສ ຢູ່ເຊັກໂກ ໃຫ້ຮູ້ວ່າ

        “ຂ້າພະເຈົ້າແມ່ນຊາວຫວຽດນາມ ພວມທຳມາຫາກິນຢູ່ຕ່າງປະເທດ, ໃນຊຸມມື້ຕົ້ນປີໃຫມ່ ຂ້າພະເຈົ້າໄປວັດ ພາວະນາຂໍໃຫ້ຄອບຄົວມີຄວາມຢູ່ເຢັນເປັນສຸກ, ອວຍພອນໃຫ້ທຸກໆຄົນມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນຫນ້າທີ່ການງານຂອງຕົນ, ມີໂຊກລາບຕະຫລອດປີ.”

(ແຫຼ່ງຄັດຈາກ VOV)


ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top