• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ແລະ ກຳ​ປູ​ເຈຍ ຢັ້ງ​ຢືນ​ການ​ເດີນ​ທາງໄປ​ຍັງ​ມາ​ເລ​ເຊຍ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກາ​ນ​ປະ​ທະ​ກັນ​ຢູ່ເຂດ​ຊາຍ​ແດນ

ລັດຖະບານ ໄທ ຢັ້ງຢືນຈະເຂົ້າຮ່ວມການປຶກສາຫາລືໂດຍທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ, ປະທານ ອາຊຽນເປັນປະທານເພື່ອແນໃສ່ປຶກສາຫາລືກ່ຽວກັບບັນຫາການປະທະກັນຢູ່ເຂດຊາຍແດນ ໄທ - ກຳປູເຈຍ.
  ການປະທະກັນເກີດຂຶ້ນຢູ່ຫຼາຍບ່ອນຢູ່ເຂດຊາຍແດນລະຫວ່າງ ໄທ ແລະ ກຳປູເຈຍ (ພາບ: ກຳລັງປະກອບອາວຸດ ໄທ)  
ວັນທີ 27 ກໍລະກົດ, ຫ້ອງວ່າການນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ ຄາດວ່າກອງປະຊຸມຈະດຳເນີນໃນວັນທີ 28 ກໍລະກົດ ທີ່ຫ້ອງວ່າການນາຍົກລັດຖະມົນຕີ ມາເລເຊຍ ຢູ່ Kuala Lumpur. ຄະນະຜູ້ແທນ ໄທ ໂດຍທ່ານ ພູມທຳ ເວບຊະນະໄຊ ຜູ້ຮັກສາການນາຍົກລັດຖະມົນຕີ ໄທ ນຳໜ້າດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຂັ້ນສູງ.   ໃນຂະນະນັ້ນ, ຕອນຄ່ຳວັນທີ 27 ກໍລະກົດ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ກໍ່ຢັ້ງຢືນຈະນຳໜ້າຄະນະຜູ້ແທນປະເທດນີ້ເຂົ້າຮ່ວມການປຶກສາຫາລືພິເສດຢູ່ນະຄອນຫຼວງ Kuala Lumpur ຂອງ ມາເລເຊຍໃນວັນທີ 28 ກໍລະກົດ ເພື່ອແນໃສ່ຊອກຫາຄວາມອາດສາມາດທີ່ຈະບັນລຸໄດ້ສັນຕິພາບ ຢູ່ເຂດຊາຍແດນກັບ ໄທ. ການນຳກຳປູເຈຍ ກໍ່ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ເປົ້າໝາຍຂອງກອງປະຊຸມແມ່ນບັນລຸໄດ້ຄຳສັ່ງຢຸດຍິງໃນທັນທີ.

(ແຫຼ່ງຄັດຈາກ VOV)

OPEC ປັບ​ປຸງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ

OPEC ປັບ​ປຸງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ

ອົງ​ການ​ພະ​ລັງ​ງານ​ສາ​ກົນ (IEA) ກ່າວ​ເຕືອນ​ວ່າ ຕະຫຼາດ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ​ພວມ​ກ້າ​ວ​ເຂົ້າ​ສູ່​ໄລ​ຍະ​ຂາດ​ເຂີນ​ແຫຼ່ງ​ສະ​ໜອງ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ຜົນ​ກະ​ທົບ​ຂອງ​ການ​ປິດ​ປະ​ຕູ​ຊ່ອງ​ແຄມ​ທະ​ເລ Hormuz.

Top