• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ສ້າງແຜນການເພື່ອກາຍເປັນໃຈກາງຂອງລະບົບເສັ້ນທາງລົດໄຟຂ້າມ ອາຊຽນ

      ລັດຖະບານ ໄທ ພວມເດີນຕາມແຜນການໜຶ່ງທີ່ເຕັມໄປດ້ວຍຄວາມຄາດຫວັງ, ກໍ່ສ້າງຕາໜ່າງເສັ້ນທາງລົດໄຟຄວາມໄວສູງ ທີ່ເຊື່ອມຕໍ່ປະເທດນີ້ກັບບັນດາປະເທດອື່ນໃນພາກພື້ນ, ຂ້າມໄປຮອດ ສິງກະໂປ ແລະ ຈີນ.

(ພາບປະກອບ)
      ຕາມແຜນການແລ້ວ, ເສັ້ນທາງລົດໄຟມີລວງຍາວທັງໝົດເຖິງ 3.193 ກີໂລແມັດ ແລະ ຄ່າໃຊ້ຈ່າຍໃນການກໍ່ສ້າງປະມານ 2.007 ຕື້ບາດສະກຸນເງິນໄທ. ລະບົບເສັ້ນທາງລົດໄຟນີ້ ຈະເຊື່ອມຕໍ່ ບາງຊື່ ກັບ ຊຽງໃໝ່ ຢູ່ທາງທິດເໜືອຂອງ ໄທ, ກັບທາງທິດຕາເວັນອອກສ່ຽງເໜືອຂອງ ລາວ, ທາງທິດຕາເວັນອອກຂອງ ກຳປູເຈຍ ແລະ ທາງທິດໃຕ້ຂອງ ມາເລເຊຍ.
        ລັດຖະບານ ໄທ ພວມກະກຽມສັນຍາສະບັບໃໝ່ ກ່ຽວກັບບັນດາມາດຖານໃນຂະແໜງລົດໄຟກັບ ມາເລເຊຍ, ຫວຽດນາມ ແລະ ອິນໂດເນເຊຍ ຍ້ອນວ່າ ບັນດາປະເທດນີ້ ພວມສະຫງວນງົບປະມານຢ່າງຫລວງຫລາຍ ເພື່ອສ້າງບັນດາຮູບແບບຂົນສົ່ງທາງລົດໄຟໃໝ່, ຈາກບັນດາລະບົບລົດໄຟຄວາມໄວສູງຕະຫລອດເຖິງລົດໄຟຟ້າໃຕ້ດິນ.
 (ແຫຼ່ງຄັດຈາກ VOV)

ການ​ໂອ້​ລົມ​ສົນ​ທະ​ນາ 30 ປີ​ແຫ່ງ​ການ​ພົວ​ພັນ ຫວຽດນ​າມ – ອາ​ເມ​ລິ​ກາ: ບົດ​ບາດ​ຂອງ​ການ​ຮ່ວມ​ມື​ພາກ​ລັດ – ເອ​ກະ​ຊົນ

ການ​ໂອ້​ລົມ​ສົນ​ທະ​ນາ 30 ປີ​ແຫ່ງ​ການ​ພົວ​ພັນ ຫວຽດນ​າມ – ອາ​ເມ​ລິ​ກາ: ບົດ​ບາດ​ຂອງ​ການ​ຮ່ວມ​ມື​ພາກ​ລັດ – ເອ​ກະ​ຊົນ

ເອກອັກຄະລັດຖະທູດ ອາເມລິກາ ຜ່ານບັນດາອາຍຸການລ້ວນແຕ່ສະໜັບສະໜູນວິໄສທັດຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ກ່ຽວກັບການຍົກສູງທີ່ຕັ້ງບົດບາດ, ມູນຄ່າຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ ຜ່ານການຄົ້ນຄ້ວາ ແລະ ພັດທະນາ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ.

Top