• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ປະກາດໝາກຜົນການເລືອກຕັ້ງຢ່າງເປັນທາງການ

ໃນບົດຄຳເຫັນເມື່ອວັນທີ 19 ມິຖຸນາ, ທ່ານ ສະແຫວງ ບຸນມີ ເລຂາທິການຄະນະກຳມະການເລືອກຕັ້ງໄທ ໃຫ້ຮູ້ວ່າ ຄະນະກຳມະການເລືອກຕັ້ງບໍ່ສາມາດປະຕິບັດສຳເລັດການສືບສວນສອບສວນບັນດາການຮ້ອງຟ້ອງຕ່າງໆໃນເວລາ 60 ວັນ
ບັນດາຜູ້ມີສິດເລືອກຕັ້ງໄປປ່ອນບັດໃນການເລືອກຕັ້ງທົ່ວປະເທດ (ພາບ:Thairath)

ວັນທີ 19 ມິຖຸນາ, ຄະນະກຳມະການເລືອກຕັ້ງ ໄທ ໄດ້ຮັບຮອງເອົາໝາກຜົນການເລືອກຕັ້ງ ແລະ ບັນຊີລາຍຊື່ ສະມາຊິກສະພາຜູ້ແທນລາຊະດອນ 500 ທ່ານ ໃນການເລືອກຕັ້ງທົ່ວປະເທດເຊິ່ງຈັດຂຶ້ນໃນວັນທີ 14 ພຶດສະພາຜ່ານມາ. ຕາມໝາກຜົນຂອງການເລືອກຕັ້ງແລ້ວ, ພັກກ້າວໄກ ແມ່ນພັກໄດ້ຮັບໄຊຊະນະດ້ວຍຈຳນວນທີ່ນັ່ງຫຼາຍສຸດແມ່ນ 151 ທີ່ນັ່ງ, ຖັດມາແມ່ນພັກເພື່ອໄທ ດ້ວຍ 141 ທີ່ນັ່ງ. ພັກພູມໃຈ ໄທຢືນອັນດັບ 3 ດ້ວຍ 71 ທີ່ນັ່ງ, ໃນຂະນະທີ່ພັກພະລັງປະຊາຣັດ ຂອງທ່ານຮອງນາຍົກລັດຖະມົນຕີ ປຣະວິດ ວົງສຸວັນ ແລະ ພັກລວມໄທ ສ້າງຊາດ ຂອງທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ຢຶນອັນດັບທີ 4, ທີ 5 ດ້ວຍ 40 ແລະ 36 ທີ່ນັ່ງຕາມລຳດັບ.

ໃນບົດຄຳເຫັນເມື່ອວັນທີ 19 ມິຖຸນາ, ທ່ານ ສະແຫວງ ບຸນມີ ເລຂາທິການຄະນະກຳມະການເລືອກຕັ້ງໄທ ໃຫ້ຮູ້ວ່າ ຄະນະກຳມະການເລືອກຕັ້ງບໍ່ສາມາດປະຕິບັດສຳເລັດການສືບສວນສອບສວນບັນດາການຮ້ອງຟ້ອງຕ່າງໆໃນເວລາ 60 ວັນ, ດັ່ງນັ້ນອົງການນີ້ຕັດສິນໃຈຮັບຮອງເອົາບັນດາໝາກຜົນການເລືອກຕັ້ງນີ້ຢ່າງເປັນທາງການ. ຄະນະກຳມະການເລືອກຕັ້ງໄທ ຈະສືບຕໍ່ສືບສວນສອບສວນທຸກໆຂໍ້ກ່າວຟ້ອງທີ່ກ່ຽວຂ້ອງເຖິງບັນດາສະມາຊິກສະພາຜູ້ແທນລາຊະດອນທີ່ໄດ້ຮັບເລືອກຕັ້ງພາຍໃນເວລາ 1 ປີຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top