• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຊ​ຊະ​ນະ​ທີ່​ສະ​ຫງ່າ​​ລາ​ສີ​ຂອງ​ການ​ປະ​ຕິ​ວັດ ລາວ ຕິດ​ພັນ​ກັບ​ການ​ຊ່ວຍ​ເຫຼືອ ແລະ ການ​ເສຍ​ສະຫຼະ​ຂອງ​ກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ

ໄຊຊະນະອັນສະຫງ່າລາສີ ແລະ ມີລັກສະນະປະຫວັດສາດຂອງ ລາວ ບໍ່ອາດຕັດແຍກອອກຈາກການຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແລະ ການເສຍສະຫຼະອັນຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ, ຂອງສຳພັນທະມິດສູ້ຮົບ ລາວ - ຫວຽດນາມ. 

ທ່ານນາງ ສູນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ປະຊາຊົນປະຕິວັດ ລາວ  (ພາບ:TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ (2/12/1975 – 2/12/2020), ທ່ານນາງ ສູນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ປະຊາຊົນປະຕິວັດ ລາວ ຢັ້ງຢືນວ່າ: ໄຊຊະນະອັນສະຫງ່າລາສີ ແລະ ມີລັກສະນະປະຫວັດສາດຂອງ ລາວ ບໍ່ອາດຕັດແຍກອອກຈາກການຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແລະ ການເສຍສະຫຼະອັນຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ, ຂອງສຳພັນທະມິດສູ້ຮົບ ລາວ - ຫວຽດນາມ. ທ່ານນາງ ສູນທອນ ໄຊຍະຈັກ ຖືວ່າ: ປະຊາຊົນ ລາວ ບໍ່ມີວັນທີ່ຈະຫຼົງລືມເລື່ອງປະຊາຊົນ ຫວຽດນາມ ລຸ້ນຕ່າງໆນັບພັນໆຄົນ ໄດ້ມາຊ່ວຍເຫຼືອປະຊາຊົນ ລາວ ໃນການຕໍ່ສູ້ຍາດເອົາເອກະລາດ ແລະ ເສລີພາບມາໃຫ້ປະເທດລາວ. ໃນຕະຫຼອດໄລຍະ 45 ປີ ຜ່ານມາ, ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຍາມໃດກໍມີຄວາມສະໜິດຕິດພັນ, ຄຽງບ່າຄຽງໄຫຼ່, ຊ່ວຍເຫຼືອເຊິ່ງກັນແລະກັນໃນກິດຈະການສ້າງສາ, ປົກປັກຮັກສາປະເທດຊາດ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລະຫວ່າງ ລາວ - ຫວຽດນາມ.

        ທ່ານນາງ ສູນທອນ ໄຊຍະຈັກ ຢັ້ງຢືນວ່າ: ການພົວພັນແບບພິເສດ ລະຫວ່າງ ລາວ - ຫວຽດນາມ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງພັກ ແລະ ປະຊາຊົນ ລາວ. ສອງປະເທດ ສືບຕໍ່ສຶກສາອົບຮົມ ແລະ ໂຄສະນາໃຫ້ປະຊາຊົນ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມສອງປະເທດ ມີຄວາມເຂົ້າໃຈກ່ຽວກັບຄວາມສຳຄັນຂອງການພົວພັນແບບພິເສດ ລະຫວ່າງ ລາວ - ຫວຽດນາມ; ຖືປະສິດທິຜົນ ແລະ ຄຸນນະພາບຂອງການຮ່ວມມືໃນທຸກຂົງເຂດເປັນສຳຄັນ ໂດຍສະເພາະແມ່ນໃນການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ ເພື່ອສົມກັບການເສຍສະຫຼະອັນຍິ່ງໃຫຍ່ຂອງຄົນລຸ້ນພໍ່ລຸ້ນອ້າຍ, ສົມກັບການພົວພັນດ້ານການເມືອງລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ.

(ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top