• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ “Festival ຜະລິດຕະພັນກະເສດ ຫວຽດນາມ ຫວິງລອງ ປິ 2023”

Festival ແມ່ນຂົວເຊື່ອມຕໍ່, ໜູນຊ່ວຍຕັ້ງໜ້າໃຫ້ແກ່ແຂວງ ຫວີງລອງ ເວົ້າສະເພາະ ແລະ ບັນດາແຂວງ, ນະຄອນ ໃນຂອບເຂດທົ່ວປະເທດເວົ້າລວມໄດ້ແນະນຳ, ເຊີດຊູຄຸນຄ່າອາຊີບທີ່ເປັນມູນເຊື້ອ
Festival ຜະລິດຕະພັນກະເສດ ຫວຽດນາມ - ຫວິງລອງ ປີ 2023

ຕອນຄ່ຳວັນທີ 11 ກັນຍາ, ຢູ່ນະຄອນ ຫວິງລອງ, ໄຂ “Festival ຜະລິດຕະພັນກະເສດ ຫວຽດນາມ - ຫວິງລອງ ປີ 2023”. Festival ຄັ້ງນີ້ມີຮ້ານວາງສະແດງກ່ວາ 300 ຮ້ານຂອງບັນດາວິສາຫະກິດທີ່ເຂົ້າຮ່ວມ.

Festival ແມ່ນຂົວເຊື່ອມຕໍ່, ໜູນຊ່ວຍຕັ້ງໜ້າໃຫ້ແກ່ແຂວງ ຫວີງລອງ ເວົ້າສະເພາະ ແລະ ບັນດາແຂວງ, ນະຄອນ ໃນຂອບເຂດທົ່ວປະເທດເວົ້າລວມໄດ້ແນະນຳ, ເຊີດຊູຄຸນຄ່າອາຊີບທີ່ເປັນມູນເຊື້ອ, ພິເສດແມ່ນບັນດາຜົນສຳເລັດແຫ່ງການພັດທະນາຊົນນະບົດໃໝ່ຂອງບັນດາທ້ອງຖິ່ນໃນໄລຍະປ່ຽນແປງໃໝ່ ແລະ ເຊື່ອມໂຍງ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ກາວຊວນທູເວີນ, ຮອງປະທານຄະນະບໍລິຫານງານສູນກາງ ສະມາຄົມຊາວກະສິກອນ ຫວຽດນາມ, ໃຫ້ຮູ້ວ່າ:

“Festival ຜະລິດຕະພັນກະເສດ ຫວຽດນາມ - ຫວິງລອງ ປີ 2023 ແມ່ນໂອກາດສຳຄັນເພື່ອໃຫ້ບັນດາແຂວງ, ນະຄອນ ຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າ, ໂຄສະນາ, ແນະນຳ, ເຊື່ອມຕໍ່ຕະຫຼາດບໍລິໂພກອຸປະໂພກຜະລິດຕະພັນກະເສດທ້ອງຖິ່ນໃນຕະຫຼາດພາຍໃນ ແລະ ຕ່າງປະເທດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາແຂວງ, ນະຄອນໃນທົ່ວປະເທດ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຮັບຮູ້ໄດ້ເຖິງສິ່ງທ້າທາຍ, ຮີບເຮັ່ງຈັດສັນເຂດວັດຖຸດິບ, ລົງທະບຽນລະຫັດເຂດປູກ ແລະ ພາຊາວກະສິກອນ ມຸ່ງໄປເຖິງການປູກຝັງຕາມທິດຍືນຍົງ, ຕອບສະໜອງບັນດາມາດຖານການສົ່ງອອກທີ່ນັບມື້ນັບສູງ”

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top