• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ Festival ດອກ​ໄມ້​ດາ​ລາດ ຄັ້ງ​ທີ 10 ປີ 2024

ນີ້ແມ່ນວັນບຸນເອກະລັກສະເພາະຂອງນະຄອນ ດ່າລາດ, ນະຄອນທີ່ມີຫົວຄິດປະດິດສ້າງ ໃນຂົງເຂດດົນຕີຂອງ UNESCO ແລະ ແມ່ນນະຄອນຂຶ້ນກັບ ກຸ່ມ 5 ນະຄອນ Festival ທີ່ໜ້າປະທັບໃຈຂອງ ອາຊີ.
ພິທີໄຂ Festival ດອກໄມ້ດາລາດຄັ້ງທີ 10 ປີ 2024. (ພາບ: Chu Quốc Hùng/TTXVN)

Festival ດອກໄມ້ດາລາດຄັ້ງທີ 10 ປີ 2024 ດ້ວຍຫົວຂໍ້ “ດ່າລາດ - ວົງ ດົນຕີປະສານສຽງແຫ່ງສີສັນ” ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 5 ທັນວາ ຢູ່ສະໜາມຫຼວງ ເລິມວຽນ. ນີ້ແມ່ນວັນບຸນເອກະລັກສະເພາະຂອງນະຄອນ ດ່າລາດ, ນະຄອນທີ່ມີຫົວຄິດປະດິດສ້າງ ໃນຂົງເຂດດົນຕີຂອງ  UNESCO ແລະ ແມ່ນນະຄອນຂຶ້ນກັບ ກຸ່ມ 5 ນະຄອນ Festival ທີ່ໜ້າປະທັບໃຈຂອງ ອາຊີ. ກ່າວຄຳເຫັນໄຂ Festival, ທ່ານ ເຈິ່ນຮົ່ງທາຍ, ປະທານຄະນະກຳມະການປະຊາຊົນແຂວງເລິມດົງ ຊີ້ແຈ້ງວ່າ:

ຜ່ານດອກໄມ້ ແລະ ດົນຕີ ເພື່ອເວົ້າເຖິງ ຄວາມໃນໃຈຂອງຊາວເລິມດົງ ໄດ້ຜ່ານຜາບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ມີຄວາມເມົາມົວອຸທິດສ່ວນ, ເພື່ອໃຫ້ດອກໄມ້ດ່າລາດບໍ່ພຽງແຕ່ນຳມາເຊິ່ງມູນຄ່າທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງແມ່ນສັນຍາລັກກຳລັງແຮງຂອງ 47 ຊົນເຜົ່າອ້າຍນ້ອງ ທີ່ມີຄວາມໝັ້ນແກ່ນໃນອະດີດຕະການ, ມີຄຸນວຸດທິໃນປັດຈຸບັນ ແລະ ມີຄວາມມຸ່ງຫວັງບືນຕົວຂຶ້ນພ້ອມກັບສັງກາດໃໝ່ “ສັງກາດບືນຕົວຂຶ້ນຂອງຊາດຫວຽດນາມ”.

ເຂົ້າຮ່ວມເຫດການ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ໄດ້ຕີລາຄາສູງ ບັນດາຜົນສຳເລັດໂດຍນະຄອນດ່າລາດ ບັນລຸໄດ້ ໃນຊຸມປີຜ່ານມາ, ພ້ອມທັງ, ໃສ່ໃຈວ່າໃນໄລຍະຈະມາເຖິງ, ທາງແຂວງຕ້ອງສືບຕໍ່ເອົາໃຈໃສ່ເຖິງວຽກງານປົກປັກຮັກສາສິ່ງແວດລ້ອມ, ເອົາໃຈໃສ່ເຖິງເຕັກໂນໂລຢີໃນການຜະລິດ, ການຄັດເລືອກ, ປູກ  ແລະ ນຳເຂົ້າແນວພັນດອກໄມ້ທີ່ດີ, ມີມູນຄ່າສູງ, ເໝາະສົມກັບຄວາມຕ້ອງການຂອງຕະຫຼາດເພື່ອຍົກສູງກຳລັງແກ້ງແຍ້ງ ແລະ ພັດທະນາຂະແໜງດອກໄມ້ແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top