
ໃນຂອບເຂດ “ສັບປະດາເຄື່ອງໝາຍ ແຫ່ງຊາດ 2021” ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 19 – 25 ເມສາ, ມີບັນດາການເຄື່ອນໄຫວສື່ສານມວນຊົນ, ໂຄສະນາກາງເວັນ, ແຂວນຄຳຂວັນ…ບົນຖະໜົນຫົນທາງ ຢູ່ບັນດາແຂວງ, ນະຄອນເກືອບທັງໝົດ ໃນທົ່ວປະເທດ. ໄປຄຽງຄູ່ກັນນັ້ນ, ມີຫຼາຍເວທີປາໄສ, ກອງປະຊຸມສຳມະນາຄື “ເວທີປາໄສເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ 2021”ຢູ່ນະຄອນໂຮ່ຈີມິນ, “ກອງປະຊຸມສຳມະນາຍາດແຍ່ງໄມ້ງັດເຄື່ອງໝາຍແຫ່ງຊາດ ຫວຽດນາມ - ຍົກສູງລະດັບເຄື່ອງໝາຍຜະລິດຕະພັນ ຫວຽດນາມ” ຢູ່ຮ່າໂນ້ຍ…
ຜ່ານບັນດາລາຍການກະທຳຢ່າງລະອຽດ, “ສັບປະດາເຄື່ອງໝາຍ ແຫ່ງຊາດ 2021” ຫວັງວ່າຈະປະກອບສ່ວນເຂົ້າການສ້າງພາບພົດຂອງ ຫວຽດນາມ ແມ່ນປະເທດທີ່ມີອິດທິພົນຊື່ສຽງ ກ່ຽວກັບສິນຄ້າ ແລະ ການບໍລິການດ້ວຍຄຸນນະພາບສູງ, ຊຸກຍູ້ການພັດທະນາການຄ້າຕ່າງປະເທດ ແລະ ຍົກສູງກຳລັງຄວາມແກ້ງແຍ່ງແຫ່ງຊາດ.
(ແຫຼ່ງຄັດຈາກ VOV)