• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​​ງານ​ບຸນ​​ຕ່າງໆຢູ່​ບັນ​ດາ​ແຂວງ​ນະ​ຄອນ​ຂອງ ຫວຽດ​ນາມ

ຕອນຄ່ຳວັນທີ 28 ເມສາ, ຢູ່ເຂດປູ່ສະນີຍະສະຖານແຫ່ງງຊາດພິເສດຄຸ້ມເມືອງເກົ່າ ຮວາລື ແຂວງນິງບິ່ງ, ໄດ້ຈັດໃຫ້ມີລາຍການສະແດງສິລະປະ ສະເຫຼີມສະຫຼອງ 1055 ປີ ແຫ່ງລັດ ດ້າຍໂກຫວຽດ ແລະ ໄຂງານບຸນ ຮວາລື 2023.
ການສະແດງອາຫານທີ່ງານບຸນວັດທະນະທຳ-ອາຫານຫານກິນ ຫວຽດນາມ ປີ 2023 (ພາບ: VOV)

ຢູ່ເຂດການບໍລິການການທ່ອງທ່ຽວ ເກືອຫວຽດ, ເມືອງຢໍລິນ, ແຂວງກວາງຈິ, ໃນຕອນຄ່ຳຂອງວັນທີ 28 ເມສາ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ສົມທົບກັບຄະນະກຳມະການ ປຊຊ ແຂວງກວາງຈີ້ ໄດ້ໄຂງານບຸນວັດທະນະທຳ-ອາຫານຫານກິນ ຫວຽດນາມ ປີ 2023 ດ້ວຍຫົວເລື່ອງ “ຈິດວິນຍານຂອງຊາດ-ລົດຊາດແຫ່ງບ້ານເກີດເມືອງນອນ”. ທີ່ພິທີໄຂ, ທ່ານ ດ່ວານວັນຫວຽດ, ຮອງລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໃຫ້ຮູ້ວ່າ:

ປີ 2022, ຫວຽດນາມ ໄດ້ຮັບການເຊດຊູຈາກລາງວັນອາຫານການກິນໂລກ (World Culinary Awards) ວ່າແມ່ນມີອາຫານທີ່ແຊບທີ່ສຸດຢູ່ ອາຊີ. ອາຫານຂອງ ຫວຽດນາມ ສົມເປັນໜຶ່ງໃນບັນດາເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ. ເລື່ອງຈັດງານບຸນ ວັດທະນະທຳ-ອາຫານຫານກິນ ຫວຽດນາມ ປີ 2023 ຢູ່ ກວາງຈິ້ ຈະເປີດທິດເດີນໃໝ່ ໃນການດູດດື່ມໃຈແຂກທ່ອງທ່ຽວ ມາທ່ຽວຊົມ ກວາງຈີ້ ເວົ້າສະເພາະ ແລະ ເຂດເໜືອທາງພາກກາງ ຫວຽດນາມ ເວົ້າລວມ.

ດ້ວຍຫົວເລື່ອງ “ເສີມຂະຫຍາຍ ແລະ ອະນຸລັກຮັກສາຄຸນຄ່າຂອງເຂົ້າໜົມພື້ນເມືອງພາກໃຕ້ ຫວຽດນາມ”, ງານບຸນເຂົ້າໜົມພື້ນເມືອງພາກໃຕ້ ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 28 ເມສາ ຢູ່ແຂວງ ເກີນເທີ ຊື່ງມີ 300 ຮ້ານວາງສະແດງ, ແນະນຳບັນດາຊະນິດເຂົ້າໜົມພື້ນເມືອງ, ອາຫານພິເສດສະເພາະຂອງຫຼາຍເຂດພາກ, ຮ້ານວາງສະແດງເຄື່ອງສິລະປະຫັດຖະກຳ… ສ່ວນຢູ່ນະຄອນ ກາວແລັ້ງ,  ໃນຕອນຄ່ຳຂອງວັນດຽວກັນ, ຄະນະກຳມະການ ປຊຊ ແຂວງ ດົ່ງທາບ ກໍ່ໄດ້ໄຂງານບຸນໝາກມ່ວງ ດົ່ງທາບ ປີ 2023 ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ສານກ່ຽວກັບປະເທດ ຫຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ

ຫວຽດນາມ ໄດ້ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດ, ເປີດກຳລັງໜູນ ແລະ ກາລະໂອກາດໃໝ່ ເພື່ອຍາດແຍ່ງການໜູນຊ່ວຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.

Top