• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ໂຄງ​ການ​ຄູ່​ຮ່ວມ​ມື​ປາ​ຊີ​ຟິກ

PP23 ມີເກືອບ 1.500 ສະມາຊິກຂອງ ອາເມລິກາ ແລະ ປະເທດຄູ່ຮ່ວມມືຈຳນວນໜຶ່ງ, ເປັນຕົ້ນແມ່ນ ອົດສະຕາລີ, ການາດາ, ຈີເລ, ຍີ່ປຸ່ນ, ສ.ເກົາຫຼີ, ນິວຊີແລນ ແລະ ອັງກິດ.
ຄະນະຈັດຕັ້ງ PP23 ຢູ່ແຂວງ ຝຸອຽນ ມອບດອກໄມ້ໃຫ້ຄະນະຜູ້ຕາງໜ້າບັນດາຄູ່ຮ່ວມມືໂຄງການ PP23 (ພາບ: TTXVN)

ຕອນຄ່ຳວັນທີ 9 ສິງຫາ, ຢູ່ນະຄອນ ຕຸຍຮວ່າ, ແຂວງ ຝູອຽນ, ໄດ້ໄຂໂຄງການຄູ່ຮ່ວມມືປາຊີຟິກ ປີ 2023 (Pacific Partnership – PP23). PP23 ມີເກືອບ 1.500 ສະມາຊິກຂອງ ອາເມລິກາ ແລະ ປະເທດຄູ່ຮ່ວມມືຈຳນວນໜຶ່ງ, ເປັນຕົ້ນແມ່ນ ອົດສະຕາລີ, ການາດາ, ຈີເລ, ຍີ່ປຸ່ນ, ສ.ເກົາຫຼີ, ນິວຊີແລນ ແລະ ອັງກິດ. ທີ່ພິທີໄຂ, ທ່ານນາງ Susan Burns, ກົງສູນໃຫຍ່ ອາເມລິກາ ປະຈຳ ນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດທຳອິດໃນການເຄື່ອນໄຫວໂຄງການຄູ່ຮ່ວມມືປາຊີຟິກ ປີ 2023, ຍ້ອນຄວາມສຳຄັນຍຸດທະສາດຂອງ ຫວຽດນາມ ຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ໂຄງການປີນີ້ ສ່ອງແສງນ້ຳໃຈຊ່ວຍເຫຼືອ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ; ປັດໄຈທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາຄູ່ຮ່ວມມືສອງຝ່າຍ ໃນ 28 ປີຜ່ານມາ, ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດ 1995 - 2023 ແລະ 10 ປີແຫ່ງການພົວພັນຄູ່ຮ່ວມມືຮອບດ້ານ ອາເມລິກາ - ຫວຽດນາມ (2013-2023). ການພົວພັນຂອງສອງປະເທດ ພວມພັດທະນາຢ່າງແຮງກວ່າເວລາໃດໝົດ, ໄດ້ສ້າງຄວາມເຊື່ອໝັ້ນ, ຄວາມເຄົາລົບເຊິ່ງກັນ ແລະ ກັນ ແລະ ຄໍາໝັ້ນສັນຍາຢ່າງເລິກເຊິ່ງຂອງ ອາເມລິກາ ສຳລັບ ປະເທດ ຫວຽດນາມ ທີ່ເຂັ້ມແຂງ, ວັດທະນາຖາວອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເປັນເອກະລາດ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top