• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ໃນທົ່ວ​ໂລກ ຄັ້ງ​ທີ 6 ປີ 2025

ເວທີປາໄສ ມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານ ເຊິ່ງເປັນບັນດາປັນຍາຊົນໜຸ່ມດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃນຫຼາຍຂົງເຂດປາຍແຫຼມ.
  ເປີດຕົວສະພາໃຫ້ຄຳປຶກສາ ຂອວເວທີປາໄສປັນຍາຊົນໜຸ່ມ (ພາບ:TTXVN)  

ຕອນເຊົ້າວັນທີ 19 ກໍລະກົດ, ເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ຖືກໄຂຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ. ດ້ວຍຫົວຂໍ້ “ປັນຍາຊົນໜຸ່ມ ຫວຽດນາມ ໃນທົ່ວໂລກ ປະກອບເຫື່ອແຮງພ້ອມກັບປະເທດຊາດກ້າວເຂົ້າສູ່ສັງກາດໃໝ່”, ເວທີປາໄສ ມີການເຂົ້າຮ່ວມຂອງຜູ້ແທນກວ່າ 200 ທ່ານ ເຊິ່ງເປັນບັນດາປັນຍາຊົນໜຸ່ມດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃນຫຼາຍຂົງເຂດປາຍແຫຼມ.

ເວທີປາໄສ ແມ່ນຊ່ອງທາງແລກປ່ຽນລະຫວ່າງປັນຍາຊົນໜຸ່ມ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຫງວຽນເຕືອງເລິມ ເນັ້ນໜັກວ່າ:

“ພວກຂ້າພະເຂົ້າປາດຖະໜາວ່າ ການເຊື່ອມຕໍ່ແຫຼ່ງພູມປັນຍາຂອງບັນດາເພື່ອນໜຸ່ມ ຫວຽດນາມ ຢູ່ທຸກແຖບຖິ່ນໃນທົ່ວໂລກ ກັບບັນດາຮາກຖານຄົ້ນຄວ້າ, ບັນດາກຸ່ມບໍລິສັດວິສາຫະກິດ, ເພື່ອມີຂົວຕໍ່, ມີບັນດາການສົມທົບລະອຽດ ໂດຍເລີ່ມມາຈາກສະພາບການຕົວຈິງຂອງການອອກແຮງງານທຳການຜະລິດ, ຄວາມຮຽກຮ້ອງຕ້ອງການດຳເນີນທຸລະກິດຂອງບັນດາກົມກອງ, ຂອງບັນດາສະຖາບັນຄົ້ນຄວ້າ ສັ່ງກັບບັນດາປັນຍາຊົນໜຸ່ມ. ຈາກນັ້ນ, ບັນດາເພື່ອນໜຸ່ມສາມາດເສີມຂະຫຍາຍໄດ້ພຸມປັນຍາຂອງຕົນດ້ວຍການປະກອບສ່ວນໂດຍກົງເຂົ້າໃນການພັດທະນາຂອງປະເທດຊາດ”

ໃນເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລື 4 ກຸ່ມເນື້ອໃນ: ໝູນໃຊ້ປັນຍາປະດິດ (AI) ແລະ ບັນດາເຕັກໂນໂລຢີໃໝ່ ເພື່ອຍົກສູງສະມັດຕະພາບແຮງງານ; startup  ນະວັດຕະກຳ ຕິດພັນກັບເສດຖະກິດສີຂຽວ ແລະ ພັດທະນາແບບຍືນຍົງ; ຮັບມືກັບບັນດາສິ່ງທ້າທາຍຂອງການປ່ຽນແປງດິນຟ້າອາກາດທົ່ວໂລກແບບຍືນຍົງ; ພັດທະນາພື້ນຖານວັດທະນະທຳ, ການສຶກສາໃນສັງກາດໃໝ່.

(ແຫຼ່ງຄັດຈາກ VOV)

ຂີດ​ໝາຍ​ຂອງ​ການ​ນຳ​ທີ່​ອຸ​ທິດ​​ສ່ວນ​ຕະຫຼອດຊີ​ວິດ​ຂອງ​ຕົນ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ປະ​ຊາ​ຊົນ

ຂີດ​ໝາຍ​ຂອງ​ການ​ນຳ​ທີ່​ອຸ​ທິດ​​ສ່ວນ​ຕະຫຼອດຊີ​ວິດ​ຂອງ​ຕົນ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ປະ​ຊາ​ຊົນ

ວັນທີ 19 ກໍລະກົດ ແມ່ນຄົບຮອບ 1 ປີແຫ່ງວັນເຖິງແກ່ມໍລະນະກຳຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ. ໄລຍະຜ່ານມາ, ປະຊາຊົນທຸກຊັ້ນວັນນະ, ພະນັກງານ, ສະມາຊິກພັກ ຍັງມີຄວາມອາໄລອາວອນ, ເຄົາລົບນັບຖືການນຳຜູ້ດີເລີດຂອງພັກຄອມມູນິດ ຫວຽດນາມ ແລະ ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຂອງປະເທດຊາດ.

Top