ງານວາງສະແດງພາບຖ່າຍ “ວິວັດການ 30 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມ ອາຊຽນ” ທີ່ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 25 ກຸມພາ ຢູ່ສະຖາບັນການພົວພັນຕ່າງປະເທດ (ຮ່າໂນ້ຍ). ນີ້ແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 2 (AFF 2025), ທີ່ໄດ້ດຳເນີນໃນລະຫວ່າງວັນທີ 25 – 26 ກຸມພາ ຢູ່ຮ່າໂນ້ຍ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມ ແລະ ຕັດແຖບຜ້າເປີດງານວາງສະແດງ. ງານວາງສະແດງມີພາບຖ່າຍເກືອບ 100 ແຜ່ນທີ່ສະແດງວິວັດການຂອງ ຫວຽດນາມໃນອາຊຽນ, ນັບແຕ່ເວລາເຂົ້າເປັນສະມາຊິກໃນເດືອນກໍລະກົດ 1995 ຕະຫຼອດຮອດບັນດາເຫດການໃຫຍ່ເຊິ່ງ ຫວຽດນາມ ເຂົ້າຮ່ວມ, ກໍ່ຄືບັນດາຂໍ້ລິເລີ່ມໂດຍຫວຽດນາມຊຸກຍູ້ໃນການເຊື່ອມໂຍງພາກພື້ນ, ເພີ່ມທະວີການພົວພັນຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືໃຫຍ່ໃນໂລກ ແລະ ການປັບປຸງບົດບາດເປັນໃຈກາງຂອງກຸ່ມ. ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ເນັ້ນໜັ້ກວ່າ:
ວິວັດການທີ່ເຕັມໄປດ້ວຍຄວາມປະທັບໃຈຂອງ ຫວຽດນາມ ໃນອາຊຽນ ແມ່ນສິ່ງພິສູດຢ່າງເຂັ້ມແຂງໃຫ້ແກ່ຄວາມກ້າວໜ້າຂອງປະເທດໜຶ່ງ ທີ່ອາດສາມາດປະກອບສ່ວນຄືແນວໃດໃຫ້ແກ່ຄວາມວັດທະນາຖາວອນຂອງບັນດາພາກພື້ນ. ບັນດາພາບຖ່າຍຂອງງານວາງສະແດງນີ້, ພວກເຮົາບໍ່ພຽງແຕ່ໄດ້ເຫັນປະຈັກຕາບັນດາຜົນສຳເລັດອັນຍິ່ງໃຫຍ່ຂອງ ຫວຽດນາມ ໃນອາຊຽນເທົ່ານັ້ນ ຫາກຍັງຮູ້ສຶກໄດ້ເຖິງອະນາຄົດລວມຂອງພວກເຮົາອີກດ້ວຍ, ອະນາຄົດທີ່ການໂອ້ລົມສົນທະນາຈະແກ້ໄຂໄດ້ທຸກຄວາມບໍ່ລົງລອຍກັນ, ການຮ່ວມມືຈະຜ່ານຜ່າທຸກສິ່ງທ້າທາຍ.








