• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອ​ງ​ປະ​ຊຸມ ແລະ ງານ​ວາງ​ສະ​ແດງ​ໂລກ​​ດີ​ຈີ​ຕອນ ITU ປີ 2020

ກອງປະຊຸມ ແລະ ງານວາງສະແດງໂລກດີຈີຕອນ ປີ 2020 ມີຫົວຂໍ້: “ພ້ອມກັນກໍ່ສ້າງໂລກດີຈີຕອນ” ແມ່ນເຫດການທີ່ມີຂອບເຂດທົ່ວໂລກ, ໂດຍມີການເຂົ້າຮ່ວມຂອງຫຼາຍກວ່າ 50 ປະເທດ ສັງກັດ ສະຫະພັນໂທລະຄົມມະນາຄົມສາກົນ (ITU), ເຊິ່ງຈະດຳເນີນແຕ່ວັນທີ 20 – 22 ຕຸລາ ຢູ່ຮ່າໂນ້ຍ, ດ້ວຍຮູບການທາງອອນລາຍ.

ພິທີໄຂກອງປະຊຸມ ແລະ ງານວາງສະແດງໂລກດີຈີຕອນ ITU ປີ 2020 (ພາບ:VGP)

ເຫດການດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດໃນສັງກາດດີຈີຕອນ. ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ:

        “ລັດຖະບານ ຫວຽດນາມ ຖືການພັດທະນາພື້ນຖານໂຄງລ່າງ ໂທລະຄົມມະນາຄົມ - ເຕັກໂນໂລຢີຂໍ້ມູນຂ່າວສານ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ ແລະ ຖືການຫັນເປັນດີຈີຕອນແມ່ນມາດຕະການໜຶ່ງທີ່ສຳຄັນ ເພື່ອພັດທະນາຢ່າງວ່ອງໄວກວ່າ, ຍືນຍົງກວ່າ. ລັດຖະບານ ຫວຽດນາມ ຢັ້ງຢືນ ຄືນໃໝ່ຄຳໝັ້ນສັນຍາສະໜັບສະໜູນ, ຊຸກຍູ້ການຮ່ວມມືກັບ ສະຫະພັນໂທລະຄົມມະນາຄົມສາກົນ ກັບບັນດາປະເທດສະມາຊິກ ເພື່ອ “ພ້ອມກັນສ້າງໂລກດີຈີຈອນ. ເຫດການນີ້ຈະແມ່ນຂີດໝາຍທີ່ສຳຄັນໃນວິວັດທະນາການຫັນເປັນດີຈີຕອນ ມຸ່ງໄປເຖິງການພັດທະນາເສດຖະກິດດີຈີຕອນ, ສ້າງສັງຄົມດີຈີຕອນ ຢູ່ ຫວຽດນາມ, ໃນພາກພື້ນ ແລະ ໃນໂລກ”.

        ພາຍຫຼັງພີທີໄຂ, ກອງປະຊຸມໂຕະມົນລັດຖະມົນຕີຖືກດຳເນີນຕາມຮູບການທາງອອນລາຍ ຜ່ານບັນດາສະຖານທີ່ເຊື່ອມຕໍ່ໃນໂລກ ດ້ວຍຫົວຂໍໍ້ “ບົດບາດຂອງເຕັກໂນໂລຢີດີີຈີຕອນໃນໄລຍະເກີດໂລກລະບາດ ແລະ ພາຍຫຼັງໂລກລະບາດ ໂຄວິດ - 19”.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top