• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ສຸດຍອດ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ຢູ່ ລອນດອນ (ອັງ​ກິດ)

ກອງປະຊຸມໂດຍລັດຖະບານອັງກິດ ແລະ IEA ເປັນປະທານຮ່ວມ ໄດ້ດຳເນີນໃນສອງວັນ ເຊິ່ງສຸມໃສ່ຕີລາຄາ, ປຶກສາຫາລືບັນດາປັດໄຈພູມີສາດການເມືອງ, ເຕັກໂນໂລຢີ ແລະ ເສດຖະກິດທີ່ພວມກໍ່ຜົນສະທ້ອນຕໍ່ຄວາມໝັ້ນຄົງດ້ານພະລັງງານ ຢູ່ລະດັບຊາດ ແລະ ສາກົນ.
ໄຂກອງປະຊຸມສຸດຍອດຄວາມໝັ້ນຄົງດ້ານພະລັງງານຢູ່ ລອນດອນ (ພາບ: iea.photoshelter.com)

ກອງປະຊຸມສຸດຍອດຂອງອົງການພະລັງງານສາກົນ (IEA) ກ່ຽວກັບອະນາຄົດຄວາມໝັ້ນຄົງດ້ານພະລັງງານໄດ້ໄຂຂຶ້ນໃນວັນທີ 24 ເມສາ, ຢູ່ນະຄອນຫຼວງ ລອນດອນ (ອັງກິດ). ເຫດການມີການເຂົ້າຮ່ວມຂອງເຈົ້າໜ້າທີ່ລັດຖະບານ, ຜູ້ອຳນວຍການຝ່າຍບໍລິຫານ, ການນຳບັນດາອົງການຈັດຕັ້ງສາກົນ ແລະ ສັງຄົມພົນລະເຮືອນ 120 ທ່ານ ທີ່ມາຈາກ 60 ປະເທດ ແລະ 50 ກຸ່ມບໍລິສັດໃນທົ່ວໂລກ.

ກອງປະຊຸມໂດຍລັດຖະບານອັງກິດ ແລະ IEA ເປັນປະທານຮ່ວມ ໄດ້ດຳເນີນໃນສອງວັນ ເຊິ່ງສຸມໃສ່ຕີລາຄາ, ປຶກສາຫາລືບັນດາປັດໄຈພູມີສາດການເມືອງ, ເຕັກໂນໂລຢີ ແລະ ເສດຖະກິດທີ່ພວມກໍ່ຜົນສະທ້ອນຕໍ່ຄວາມໝັ້ນຄົງດ້ານພະລັງງານ ຢູ່ລະດັບຊາດ ແລະ ສາກົນ, ກໍ່ຄືບັນດາທ່າອ່ຽງກຳນົດສະພາບການຄວາມໝັ້ນຄົງດ້ານພະລັງງານທົ່ວໂລກ ແລະ ບັນດາເຄື່ອງມືທີ່ຈຳເປັນເພື່ອແກ້ໄຂບັນດາຄວາມສ່ຽງກ່ຽວກັບຄວາມໝັ້ນຄົງດ້ານພະລັງງານແບບເກົ່າ ແລະ ຫາກໍ່ພົ້ນເດັ່ນຂຶ້ນ.

ຢູ່ກອງປະຊຸມ, ລັດຖະບານອັງກິດ ແລະ ກຸ່ມບໍລິສັດພະລັງງານ ENI (ອີຕາລີ) ຄາດວ່າຈະປະກາດໂຄງການທໍ່ຂົນສົ່ງ CO2 ຈາກບັນດາໂຮງງານຢູ່ Liverpool ແລະ  Manchester ອອກສູ່ທະເລເພື່ອບຳບັດ. ໂຄງການນີ້ແມ່ນພາກສ່ວນທີ່ສຳຄັນຂອງກຸ່ມອຸດສາຫະກຳ HyNet North West, ລວມມີບັນດາໂຮງງານຜະລິດ Hydro ເພື່ອຮັບໃຊ້ຄວາມຕ້ອງການຂອງທ້ອງຖິ່ນ, ສ້າງຄວາມຫວັງຈະສ້າງມູນຄ່າເສດຖະກິດເຖິງ 22,1 ຕື້ USD ໃນ 25 ປີຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ​ປ​ປ. ລາວ ຢ່າງ​ຈົບ​ງາມ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ​ປ​ປ. ລາວ ຢ່າງ​ຈົບ​ງາມ

ຕອນຄ່ຳວັນທີ 25 ເມສາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ ຢ່າງຈົບງາມຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

Top