ຕອນຄ່ຳວັນທີ 25 ເມສາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ ຢ່າງຈົບງາມຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: VOV)
ໃນຂອບເຂດການຢ້ຽມຢາມ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມີການພົບປະສອງຝ່າຍສຳຄັນກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ; ພົບປະກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ແລະ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ.
ໃນການພົບປະສອງຝ່າຍ, ການພົບປະຄັ້ງຕ່າງໆ ສອງຝ່າຍເຫັນດີປັບປຸງການພົວພັນທາງດ້ານການເມືອງທີ່ໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນ, ຮັກສາບັນດາການຢ້ຽມຢາມ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເປັນປະຈຳ, ເອົາໃຈໃສ່ເຖິງການຍູ້ແຮງການພົບປະແລກປ່ຽນຮ່ວມມືລະຫວ່າງປະຊາຊົນສອງປະເທດພາຍໃຕ້ຫຼາຍຮູບແບບທີ່ອຸດົມສົມບູນ ແລະ ຂະຫຍັນຂັນເຄື່ອນ.
ການພົບປະສອງຝ່າຍ (ພາບ: VOV)
ສອງຝ່າຍກໍຢັ້ງຢືນວ່າ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ພ້ອມທັງເຫັນດີຕ້ອງຊອກຫາແບບວິທີໃໝ່, ມີລັກສະນະບຸກທະລຸ ແນໃສ່ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ - ເຕັກນິກ ບົນພື້ນຖານເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະປະເທດຢ່າງສຸດຂີດ.
(ແຫຼ່ງຄັດຈາກ VOV)