• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ກາຍ​ເປັນ​ເສົ້າ​ຄ້ຳ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ, ຕອນບ່າຍວັນທີ 25 ເມສາ, ຢູ່ຫ້ອງວ່າການສຳນັກງານນາຍົກ ທີ່ ວຽງຈັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.
  ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ. (ພາບ: Lâm Khánh/TTXVN)  

ເມື່ອແລກປ່ຽນກັບການຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ການນຳສອງທ່ານໄດ້ເນັ້ນໜັກເຖິງຄວາມປາດຖະໜາຢາກນຳການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກາຍເປັນເສົາຄ້ຳຢ່າງແທ້ຈິງໃນການພົວພັນສອງຝ່າຍ, ມຸ່ງໄປເຖິງບັນລຸໄດ້ວົງການເງິນຄ້າ 5 ຕື້ USD ໃນຊຸມປີຈະມາເຖິງ, ໃນເບື້ອງຕົ້ນແມ່ນເພີ່ມແຕ່ 10 – 15% ໃນປີນີ້.  ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີເສົາຄ້ຳການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສົບທົບກັນປ້ອງກັນ, ຕ້ານການກໍ່ການຮ້າຍ, ສະກັດກັ້ນ ແລະ ປ້ອງກັນ, ຕ້ານອາດຊະຍະກຳຂ້າມຊາຍແດນ; ສືບຕໍ່ສົມທົບກັນຊອກຫາ, ທ້ອນໂຮມ ແລະ ນຳສົ່ງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍຊີວິດຢູ່ ລາວ ກັບຄືນເມືອປະເທດ. ພ້ອມດຽວກັນນັ້ນ, ກໍ່ຍູ້ແຮງການຮ່ວມມືທາງດ້ານການສຶກສາ  - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ສາທາລະນະສຸກ, ວັດທະນະທຳ, ພົບປະແລກປ່ຽນປະຊາຊົນ ໃຫ້ຫຼາຍກວ່າອີກ. ທ່ານປະທານປະເທດ ເລື່ອງເກື່ອງ ກໍສະເໜີໃຫ້ຝ່າຍລາວ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ທຳມາຫາກິນ, ດຳລົງຊີວິດເປັນປົກກະຕິ ແລະ ຄ່ອຍໆປັບປຸງຖານະທາງນິຕິກຳຂອງຕົນ.

ການພົບປະລະຫວ່າງສອງຝ່າຍ (ພາບ: Lâm Khánh/TTXVN)

ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ການນຳສອງທ່ານເຫັນດີຊີ້ນຳເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປຶກສາຫາລືເຊິ່ງກັນ ແລະ ກັນ ເພື່ອມີສຽງເວົ້າລວມໃນບັນດາບັນຫາພາກພື້ນ ແລະ ໂລກ.

ກໍໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຢ້ຽມຢາມພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ລາວ; ພົບປະກັບຜູ້ຕາງໜ້າບັນດາໝູ່ຄະນະ, ນັກທຸລະກິດ, ປັນຍາຊົນ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໄດ້ມອບຂອງຂວັນໃຫ້ແກ່ພໍ່ແມ່ຊາວ ຫວຽດນາມ ອາໄສຢູ່ ລາວ ແລະ ມອບຕູ້ປຶ້ມພາສາ ຫວຽດ ໃຫ້ໂຮງຮຽນສອງພາສາ ລາວ - ຫວຽດ ຫງວຽນຢູ.

(ແຫຼ່ງຄັດຈາກ VOV)

ອາຊຽນ ແລະ ຈີນ ເຫັນດີສ້າງ COC ໃຫ້ສຳເລັດໃນປີ 2026

ອາຊຽນ ແລະ ຈີນ ເຫັນດີສ້າງ COC ໃຫ້ສຳເລັດໃນປີ 2026

ປະຈຸບັນມີບາງບັນຫາຕ້ອງມີຄວາມເຫັນດີເຫັນພ້ອມຂອງທຸກໆປະເທດ ເພື່ອສ້າງ COC ໃຫ້ສຳເລັດ

Top