ກອງປະຊຸມໂດຍລັດຖະບານອັງກິດ ແລະ IEA ເປັນປະທານຮ່ວມ ໄດ້ດຳເນີນໃນສອງວັນ ເຊິ່ງສຸມໃສ່ຕີລາຄາ, ປຶກສາຫາລືບັນດາປັດໄຈພູມີສາດການເມືອງ, ເຕັກໂນໂລຢີ ແລະ ເສດຖະກິດທີ່ພວມກໍ່ຜົນສະທ້ອນຕໍ່ຄວາມໝັ້ນຄົງດ້ານພະລັງງານ ຢູ່ລະດັບຊາດ ແລະ ສາກົນ.
ໄຂກອງປະຊຸມສຸດຍອດຄວາມໝັ້ນຄົງດ້ານພະລັງງານຢູ່ ລອນດອນ (ພາບ: iea.photoshelter.com)
ກອງປະຊຸມສຸດຍອດຂອງອົງການພະລັງງານສາກົນ (IEA) ກ່ຽວກັບອະນາຄົດຄວາມໝັ້ນຄົງດ້ານພະລັງງານໄດ້ໄຂຂຶ້ນໃນວັນທີ 24 ເມສາ, ຢູ່ນະຄອນຫຼວງ ລອນດອນ (ອັງກິດ). ເຫດການມີການເຂົ້າຮ່ວມຂອງເຈົ້າໜ້າທີ່ລັດຖະບານ, ຜູ້ອຳນວຍການຝ່າຍບໍລິຫານ, ການນຳບັນດາອົງການຈັດຕັ້ງສາກົນ ແລະ ສັງຄົມພົນລະເຮືອນ 120 ທ່ານ ທີ່ມາຈາກ 60 ປະເທດ ແລະ 50 ກຸ່ມບໍລິສັດໃນທົ່ວໂລກ.
ກອງປະຊຸມໂດຍລັດຖະບານອັງກິດ ແລະ IEA ເປັນປະທານຮ່ວມ ໄດ້ດຳເນີນໃນສອງວັນ ເຊິ່ງສຸມໃສ່ຕີລາຄາ, ປຶກສາຫາລືບັນດາປັດໄຈພູມີສາດການເມືອງ, ເຕັກໂນໂລຢີ ແລະ ເສດຖະກິດທີ່ພວມກໍ່ຜົນສະທ້ອນຕໍ່ຄວາມໝັ້ນຄົງດ້ານພະລັງງານ ຢູ່ລະດັບຊາດ ແລະ ສາກົນ, ກໍ່ຄືບັນດາທ່າອ່ຽງກຳນົດສະພາບການຄວາມໝັ້ນຄົງດ້ານພະລັງງານທົ່ວໂລກ ແລະ ບັນດາເຄື່ອງມືທີ່ຈຳເປັນເພື່ອແກ້ໄຂບັນດາຄວາມສ່ຽງກ່ຽວກັບຄວາມໝັ້ນຄົງດ້ານພະລັງງານແບບເກົ່າ ແລະ ຫາກໍ່ພົ້ນເດັ່ນຂຶ້ນ.
ຢູ່ກອງປະຊຸມ, ລັດຖະບານອັງກິດ ແລະ ກຸ່ມບໍລິສັດພະລັງງານ ENI (ອີຕາລີ) ຄາດວ່າຈະປະກາດໂຄງການທໍ່ຂົນສົ່ງ CO2 ຈາກບັນດາໂຮງງານຢູ່ Liverpool ແລະ Manchester ອອກສູ່ທະເລເພື່ອບຳບັດ. ໂຄງການນີ້ແມ່ນພາກສ່ວນທີ່ສຳຄັນຂອງກຸ່ມອຸດສາຫະກຳ HyNet North West, ລວມມີບັນດາໂຮງງານຜະລິດ Hydro ເພື່ອຮັບໃຊ້ຄວາມຕ້ອງການຂອງທ້ອງຖິ່ນ, ສ້າງຄວາມຫວັງຈະສ້າງມູນຄ່າເສດຖະກິດເຖິງ 22,1 ຕື້ USD ໃນ 25 ປີຈະມາເຖິງ.
(ແຫຼ່ງຄັດຈາກ VOV)