• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາ​ຊຽນ​ຄັ້ງ​ທີ 54

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮຸນແຊນ ນາຍົກລັດຖະມົນຕີ ກຳປູເຈຍ ທັງເປັນປະທານອາຊຽນ 2022 ຖືວ່າ: ໃນສະພາບການປັດຈຸບັນ, ອາຊຽນຕ້ອງປະເຊີນໜ້າກັບສິ່ງທ້າທາຍບໍ່ ໜ້ອຍຄື: ພະຍາດໂຄວິດ - 19ຍັງມີການຜັນແປຢ່າງສັບສົນ, ການປະທະກັນຢູ່ຢູແກຼນ, ສົງຄາມການຄ້າ, ບັນຫາການປ່ຽນແປງຂອງດິນຟ້າອາກາດ…
  ທ່ານຮຸນແຊນ ນາຍົກລັດຖະມົນຕີ ກຳປູເຈຍ ກ່າວຄຳເຫັນທີ່ກອງປະຊຸມ  

ຕອນເຊົ້າວັນທີ 14 ກັນຍາ, ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນຄັ້ງທີ 54 ໄດ້ໄຂຂຶ້ນຢູ່ນະຄອນ Siem Reap, ປະເທດກຳປູເຈຍ. ກອງປະຊຸມມີການເຂົ້າຮ່ວມຂອງບັນດາການນຳເສດຖະກິດທີ່ມາຈາກ 10 ປະເທດສະມາຊິກ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢ້ຽນ ນຳໜ້າເຂົ້າຮ່ວມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮຸນແຊນ ນາຍົກລັດຖະມົນຕີ ກຳປູເຈຍ ທັງເປັນປະທານອາຊຽນ 2022 ຖືວ່າ: ໃນສະພາບການປັດຈຸບັນ, ອາຊຽນຕ້ອງປະເຊີນໜ້າກັບສິ່ງທ້າທາຍບໍ່ ໜ້ອຍຄື: ພະຍາດໂຄວິດ - 19ຍັງມີການຜັນແປຢ່າງສັບສົນ, ການປະທະກັນຢູ່ຢູແກຼນ, ສົງຄາມການຄ້າ, ບັນຫາການປ່ຽນແປງຂອງດິນຟ້າອາກາດ… ບັນດາບັນຫານີ້ເຮັດໃຫ້ໄພເງິນເຟີ້ເພີ່ມຂຶ້ນສູງ, ກໍ່ຜົນສະທ້ອນຕໍ່ການຜະລິດໃນທົ່ວໂລກ.

ນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນຄັ້ງທີ 54 ທີ່ໄດ້ດຳເນີນໃນລະຫວ່າງວັນທີ 14 – 18 ກັນຍາ, ຈະມີບັນດາກອງປະຊຸມທີ່ກ່ຽວຂ້ອງຄື: ກອງະຊຸມລັດຖະມົນຕີ 4 ປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLVM) ຄັ້ງທີ 4, ກອງປະຊຸມລັດຖະມົນຕີເສດຖະກິດບັນດາປະເທດ ອາຊີຕາເວັນອອກຄັ້ງທີ 10, ກອງປະຊຸມລັດຖະມົນຕີບັນດາປະເທດເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນຄັ້ງທີ 1.

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີ ຟ້າມມິງຈີງ: ສຸມໃສ່ຍົກສູງຄຸນນະພາບການສຶກສາ ແລະ ການເບິ່ງແຍງສຸຂະພາບໃຫ້ປະຊາຊົນ

ນາຍົກລັດຖະມົນຕີ ຟ້າມມິງຈີງ: ສຸມໃສ່ຍົກສູງຄຸນນະພາບການສຶກສາ ແລະ ການເບິ່ງແຍງສຸຂະພາບໃຫ້ປະຊາຊົນ

ຕອນບ່າຍວັນທີ 25 ມີນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ແລະ ຄະນະປະຈຳພັກລັດຖະບານ ເພື່ອຮັບຟັງບົດລາຍງານຂອງກະຊວງສຶກສາ ແລະ ບຳລຸງສ້າງ ແລະ ບົດລາຍງານຂອງກະຊວງສາທາລະນະສຸກ

Top