• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມຫົວ​ໜ້າກົມ​ໃຫ່​ຍ​ພາ​ສີ ​ເວ​ທີປາ​ໄສ​ການ​ຮ່ວມ​ມືລະ​ຫວ່າງອາ​ຊີ​-ເອີ​ລົບ​ຄັ້ງ​ທີ 13 ຢູ່​ຫ​ວຽດ​ນາມ

ກອງປະຊຸມ ຫົວໜ້າກົມໃຫ່ຍພາສີ ASEM ຄັ້ງທີ 13, ເຊິ່ງແມ່ນເຫດການນອນໃນຂອບເຂດເວທີປາໄສການຮ່ວມມືລະຫວ່າງອາຊີ-ເອີລົບASEM, ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 9 ຕຸລາ, ທີ່ນະຄອນຮະລອງ, ແຂວງກວ່າງນິ່ງ.


ກອງປະຊຸມຫົວໜ້າກົມໃຫ່ຍພາສີ ເວທີປາໄສການຮ່ວມມືລະຫວ່າງອາຊີ-ເອີລົບຄັ້ງທີ 13

(ພາບ: haiquanonline.com.vn/


ກອງປະຊຸມດັ່ງກ່າວມີຄະນະຜູ້ແທນເຂົ້າຮ່ວມ53 ຄະນະ, ເຊິ່ງແມ່ນບັນດາຫົວໜ້າກົມໃຫ່ຍພາສີ, ຂ້າຫຼວງບັນດາອົງການສຳນັກງານພາສີຂອງປະເທດສະມາຊິກASEM, ເລຂາທິການໃຫ່ຍອົງການພາສີໂລກ, ສະຫະພາບເອີລົບແລະບັນດາຜູ້ຕາງໜ້າສະຖານທູດປະເທດສະມາຊິກ ASEM ປະຈຳ ຫວຽດນາມ. ໃນເວທີປາໄສ ASEM ໄດ້ສົນທະນາ 3 ເສົາຄ້ຳຫຼັກປະກອບມີ: ດ້ານການເມືອງ, ດ້ານຄວາມໝັ້ນຄົງ-ເສດຖະກິດ, ວັດທະນະທຳ-ສັງຄົມແລະການຮ່ວມມືດ້ານພາສີດ້ວຍບຸລິມະສິດຕົ້ນຕໍແມ່ນ: ການເພີ່ມເຕີມແລະເພີ່ມທະວີການປະຕິບັດລະບົບການຄ້າຫຼາຍຝ່າຍໃນອົງການການຄ້າໂລກ (WTO). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການເງິນ ໂດ້ຮ່ວາງແອັງຕ໊ວນ, ຊີ້ແຈ້ງວ່າ.

 “ພວກຂ້າພະເຈົ້າຕີລາຄາສູງບັນດາໂຄງການທີ່ກ່ຽວຂ້ອງເຖິງການຍົກສູງກຳລັງຄວາມສາມາດປ້ອງກັນຕໍ່ຄວາມສ່ຽງ, ໃນວຽກງານຕໍ່ສູ້, ຕ້ານການສໍ້ກົງການຄ້າ ກໍຄືໃນວຽກງານຄຸ້ມຄອງຄຸນຄ່າພາສີ. ໃນອະນາຄົດ, ພວກຂ້າພະເຈົ້າປາດຖະໜາຢາກໃຫ້ພາສີໂລກສືບຕໍ່ເອົາໃຈໃສ່ເຖິງພາສີຫວຽດນາມ ເພື່ອເພີ່ມທະວີການໜູນຊ່ວຍດ້ານເຕັກນິກ ເພື່ອຍົກສູງກຳລັງຄວາມສາມາດໃຫ້ອົງການພາສີ ປະຕິບັດໜ້າທີ່ຂອງພາສີໃນຍຸດທະສາດໂລກວາງອອກ, ປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາ, ແລກປ່ຽນເສດຖະກິດທົ່ວໂລກ.”

ດ້ວຍນ້ຳໃຈການຍູ້ແຮງແລະຍົກລະດັບດ້ານການຕ່າງປະເທດຫຼາຍຝ່າຍ, ເລື່ອງອົງການພາສີຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມຫົວໜ້າກົມໃຫ່ຍພາສີ ASEM ໄດ້ຢັ້ງຢືນເຖິງຄວາມເປັນເຈົ້າການໃນການປະກອບສ່ວນເຂົ້າໃນກຳນົດທິດການເຄື່ອນໄຫວຮ່ວມມືດ້ານພາສີອາຊີ-ເອີລົບ. ຜ່ານນັ້ນ, ກໍ່ເປັນການປະກອບສ່ວນສ້າງການເຊື່ອມຕໍ່ແລະການຮ່ວມມືໃນພາກພື້ນໃນຂົງເຂດພາສີໃນສະພາບການປະຕິວັດອຸດສະຫະກຳຄັ້ງທີ 4 ພວມໄດ້ຮັບການດຳເນີນຢ່າງແຮງ.

(ແຫຼ່ງຄັດຈາກ VOV)

3 ຄວາມ​ມຸ່ງ​ຫວັງ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

3 ຄວາມ​ມຸ່ງ​ຫວັງ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ

ການຢ້ຽມຢາມ ຫວຽດນາມທາງລັດຖະກິດໃນລະຫວ່າງວັນທີ 12 – 13 ທັນວາ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຈີນ, ປະທານປະເທດ ສປ.ຈີນ ສີຈິ້ນຜິງ ແລະ ພັນລະຍາ ຈະນຳມາເຊິ່ງຖານະບົດບາດໃໝ່, ລະດັບໃໝ່ໃນການພົວພັນສອງຝ່າຍ ຫວຽດນາມ - ຈີນ.

Top