• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ

ສັບປະດາວັດທະນະທຳ ລາວ 2023 ຢູ່ ຫວຽດນາມ ຈັດຂຶ້ນແຕ່ວັນທີ 13-18 ທັນວາ 2023.
(ທ່ານນາງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ສວນສະຫວັນ ວິຍະເກດ)

ພິທີໄຂສັບປະດາວັດທະນະທຳ ລາວ 2023 ຢູ່ ຫວຽດນາມ ໄດ້ຈັດຂຶ້ນຢູ່ໂຮງລະຄອນໃຫຍ່, ນະຄອນຫຼວງ ຮ່າໂນ້ຍ, ໃນຕອນຄ່ຳວັນທີ 14 ທັນວາ. ເຫດການໂດຍ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ຈັດຂຶ້ນແຕ່ວັນທີ 13-18 ທັນວາ 2023.

ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຕະກວາງດົງ, ຖືວ່າ: ເລື່ອງຈັດສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ ປີ 2023 ມີຄວາມໝາຍສຳຄັນ, ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ຫຼາຍກວ່າອີກ.

“ຜ່ານລາຍການສະແດງສິລະປະຮ້ອງລຳທຳເພງທີ່ເປັນມູນເຊື້ອ ໂດຍບັນດານັກສິລະປິນ ລາວ ສະແດງ, ຜູ້ຊົມ ຫວຽດນາມ ແລະ ລາວ ພ້ອມກັບເພື່ອນມິດສາກົນມີໂອກາດເຂົ້າໃຈກ່ຽວກັບພື້ນຖານວັດທະນະທຳຂອງ ລາວ ຫຼາຍກວ່າ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກເຮົາຫວນຄືນມູນເຊື້ອມິດຕະພາບລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ, ພ້ອມກັນມຸ່ງໄປສູ່ການຮ່ວມມືທີ່ນັບມື້ນັບແໜ້ນແຟ້ນ ແລະ ບັນລຸປະສິດທິຜົນກວ່າ ໃນອະນາຄົດ”.

ນອກຈາກການແນະນຳກ່ຽວກັບວັດທະນະທຳ, ສິລະປະ, ດ້ວຍລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ເຂັ້ມຂຸນໄປດ້ວຍວັດທະນະທຳຂອງແຕ່ລະເຂດພາກຂອງປະເທດ ລາວ ແລ້ວ. ລາຍການຍັງນຳມາເຊິ່ງບັນຍາກາດເບີກບານ ແລະ ເຕັມໄປດ້ວຍນ້ຳໃຈມິດຕະພາບ ຫວຽດນາມ - ລາວ.

 ສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ, ລວມມີລາຍການສະແດງສິລະປະຮັບໃຊ້ມະຫາຊົນຢູ່ນະຄອນ ຫຼວງ ຮ່າໂນ້ຍ ແລະ ນິງບິ່ງ ຂອງຄະນະສິລະປະແຫ່ງຊາດ ລາວ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top