• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂສັບປະດາວັດທະນະທຳ-ທ່ອງທ່ຽວລີ໋ເຊີນ ຄັ້ງທີ 1

      ສັບປະດາວັດທະນະທຳ - ທ່ອງທ່ຽວ ລີ໋ເຊີນ ຄັ້ງທີ 1 ປີ 2018 ໄດ້ດຳເນີນໃນວັນທີ 29 ມິຖຸນາ, ຢູ່ເມືອງເກາະລີ໋ເຊີນ, ແຂວງກວາງຫງ້າຍ ດ້ວຍຫົວຂໍ້ວ່າ ລີ໋ເຊີນ - ມູນເຊື້ອໜຶ່ງ, ສີສັນໜຶ່ງ”.

(ທ່ານ ຟ້າມເຈື່ອງທໍ້, ຮອງປະທານຄະນະກຳມະການປະຊາຊົນ ແຂວງກວາງຫງ້າຍ)
      ສັບປະດາຖືກດຳເນີນນັບວັນທີ 30 ມິຖຸນາ ຮອດວັນທີ 03 ກໍລະກົດ ດ້ວຍການເຄື່ອນໄຫວຫຼາຍຢ່າງຄື: ງານວາງສະແດງຫົວເລື່ອງສະເພາະ “ລີ໋ເຊີນ - ມໍລະດົກວັດທະນະທຳທະເລ, ໝູ່ເກາະ”; ງານວາງສະແດງເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”; ງານບຸນດົນຕີປະສານສຽງຖະໜົນຢູ່ຕະຫຼາດກາງຄືນອາຫານການກິນທີ່ເປັນເອກະລັກສະເພາະຂອງລີ໋ເຊີນ… ທ່ານ ຟ້າມເຈື່ອງທໍ້, ຮອງປະທານຄະນະກຳມະການປະຊາຊົນ ແຂວງກວາງຫງ້າຍ ໃຫ້ຮູ້ວ່າ.
      “ດ້ວຍຫົວຂໍ້ວ່າ “ລີ໋ເຊີນ - ມູນເຊື້ອໜຶ່ງ, ສີສັນໜຶ່ງ”, ສັບປະດາວັດທະນະທຳ - ທ່ອງທ່ຽວ ລີ໋ເຊີນ ຄັ້ງທີ 1 ປີ 2018 ແມ່ນເຫດການແທດຈິງ, ປະກອບສ່ວນເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອທີ່ເປັນເອກະລັກສະເພາະຂອງເຂດດິນແດນລີ໋ເຊີນ ເວົ້າສະເພາະ, ແຂວງ ກວາງງຫງ້າຍ ເວົ້າລວມ, ແນ່ນອນວ່າຈະເຮັດໃຫ້ນັກທ່ອງທ່ຽວມີຄວາມເພິ່ງພໍໃຈເມື່ອມາຢ້ຽມຊົມ, ຜັກຜ່ອນຢ່ອນອາລົມ, ຊອກຮູ້ບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຢູ່ທີ່ນີ້”.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມ APEC ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ: ຫວຽດນາມ ສະເໜີ 4 ທິດທາງຮ່ວມມືຍຸດທະສາດ

ກອງປະຊຸມ APEC ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ: ຫວຽດນາມ ສະເໜີ 4 ທິດທາງຮ່ວມມືຍຸດທະສາດ

ວັນ​ທີ 25 ສິງ​ຫາ​, ຢູ່ ຫາງໂຈ (ປະ​ເທດ ຈີນ​), ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ຄັ້ງ​ທີ 11 ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ ຂະ​ແໜງ​ກະ​ສິ​ກຳ ມາ​ຈາກ 21 ພື້ນ​ຖານ​ເສດ​ຖະ​ກິດສະ​ມາ​ຊິກ​.

Top