ໃນສານໄຂວັນບຸນ, ພະມະຫາອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານສູນກາງພຸດທະສາສະໜາ ຫວຽດນາມ ໃຫ້ຮູ້ວ່າ ວັນບຸນລະດູບານໃໝ່ຕາມຈຸກໄດ້ຮັບການຈັດຂຶ້ນເປັນປະຈຳໃນທຸກປີຍາມຕົ້ນລະດູບານໃໝ່ເພື່ອແນໃສ່ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີຂອງຊາວຫວຽດນາມໃນເມື່ອກ່ອນ.
ພິທີໄຂລະດູບານໃໝ່ ຕາມຈຸກ ໄດ້ຈັດຂຶ້ນໃນວັນທີ 12 ເດືອນຈຽງຂອງທຸກປີ ແມ່ນຄວາມລໍຄອຍຂອງປະຊາຊົນ, ສາສະນິກກະຊົນທ້ອງຖິ່ນ, ພ້ອມທັງກໍ່ແມ່ນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອ, ປະກອບສ່ວນແນະນຳ, ໂຄສະນາກ່ຽວກັບພາບພົດຂອງບັນດາຄຸນຄ່າທາງດ້ານວັດທະນະທຳຂອງບ້ານເກີດເມືອງນອນ.








