• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວັນບຸນໃຊ້ພາສາຝຣັ່ງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຄັ້ງທີ 22

ຕອນຄ່ຳວັນທີ 09 ມີນາ, ທີ່ສວນສາທາລະນະ ລືວຮືວເຟື໊ອກ, ນະຄອນ ເກີນເທີ ໄດ້ຈັດພິທີໄຂ “ວັນບຸນໃຊ້ພາສາຝຣັ່ງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຄັ້ງທີ 22”. 

ທ່ານ Vincent Floreani ຫົວໜ້າສະຖານກົງສູນໃຫຍ່ ສ.ຝຣັ່ງ ປະຈຳນະຄອນ ໂຮ່ຈີມິນ

ລາຍການໂດຍສະຫະສະມາຄົມບັນດາອົງການມິດຕະພາບ, ສະຖານກົງສູນໃຫຍ່ ສ.ຝຣັ່ງ ພ້ອມດ້ວຍບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ແລະ ມະຫາວິທະຍາໄລ ເກີນເທີ ສົມທົບກັນຈັດຕັ້ງ. ກ່າວຄຳເຫັນນະທີ່ນີ້, ທ່ານ ເຢືອງເຕີ໋ນຫຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີເທີ ໃຫ້ຮູ້ວ່າ:

        ໃນຊຸມປີຜ່ານມາ, ນະຄອນ ເກີນເທີ ຍາມໃດກໍ່ຮັກສາລາຍການສອນເປັນຢ່າງດີ, ເພີ່ມທະວີການສອນພາສາ ຝຣັ່ງ ໃນບັນດາໂຮງຮຽນມັດທະຍົມ; ເພີ່ມທະວີການບຳລຸງສ້າງວິຊາສະເພາະ, ເປັນຕົ້ນແມ່ນທັກສະໃຫ້ແກ່ນັກສຶກສາ…ພ້ອມທັງ ຍູ້ແຮງການພົວພັນກັບບັນດາວິສາຫະກິດ ຝຣັ່ງ. ບັນດາລາຍການ, ໂຄງການໜູນຊ່ວຍຈາກລັດຖະບານ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຂອງ ຝຣັ່ງ ໃນໄລຍະຜ່ານມາ ໄດ້ນຳມາເຊິ່ງປະສິດທິຜົນອັນແທດຈິງ ປະກອບສ່ວນເຂົ້າໃນການພັດທະນາ, ໜູນຊ່ວຍຊີວິດສັງຄົມຂອງນະຄອນ ເກີນເທີ

        ເນື່ອງໃນໂອກາດນີ້, ມະຫາວິທະຍາໄລ ເກີນເທີ ແລະ ອົງການ Franco – Viet Career ໄດ້ລົງນານຮ່ວມມືກ່ຽວກັບການແນະນຳວຽກເຮັດງານທຳໃຫ້ນັກຮຽນ, ນັກສຶກສາ, ພ້ອມທັງມອບທຶນສຶກສາໃຫ້ນັກຮຽນ 10 ຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວໃຊ້ພາສາຝຣັ່ງ.

(ແຫຼ່ງຄັດຈາກ VOV)

 


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top