• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວັນບຸນວັດທະນະທຳ - ກິລາ ແລະ ທ່ອງທ່ຽວບັນດາເມືອງເຂດພູດອຍແຂວງ ກວາງນາມ

ວັນບຸນໄດ້ປະກອບສ່ວນຊຸກຍູ້ຂະບວນການວັດທະນະທຳ, ສິລະປະ, ກິລາຍກາຍຍະກຳ, ຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ
(ທ່ານ ໂຮ່ກວາງບຶວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ)

ວັນບຸນວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ບັນດາເມືອງເຂດພູດອຍແຂວງ ກວາງນາມ ຄັ້ງທີ 20 ຈັດຂຶ້ນແຕ່ວັນທີ 15 – 21 ສິງຫາ, ຢູ່ເມືອງ ເຟືອກເຊີນ, ແຂວງ ກວາງນາມ, ດ້ວຍຫົວຂໍ້ “ສີສັນວັດທະນະທຳເຂດພູດອຍ ກວາງນາມ”. ວັນບຸນໄດ້ດຶງດູດນັກກິລາ, ນັກສິລະປິນ, ນັກສະແດງ ປະມານ 1.300 ຄົນ, ພ້ອມກັບຜູ້ແທນ, ນັກທ່ອງທ່ຽວ ແລະ ຊາວທ້ອງຖິ່ນນັບໝື່ນຄົນເຂົ້າຮ່ວມ.

ທີ່ພິທີໄຂວັນບຸນໃນຕອນຄ່ຳວັນທີ 17 ສິງຫາ, ຢູ່ແຂວງ ກວາງນາມ, ທ່ານ ໂຮ່ກວາງບຶວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ ຢືນຢັນວ່າ, ວັນບຸນໄດ້ປະກອບສ່ວນຊຸກຍູ້ຂະບວນການວັດທະນະທຳ, ສິລະປະ, ກິລາຍກາຍຍະກຳ, ຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ພ້ອມທັງສ້າງກຳລັງໜູນເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວ, ເສດຖະກິດ - ສັງຄົມບັນດາທ້ອງຖິ່ນເຂດພູດອຍເວົ້າສະເພາະ ແລະ ແຂວງ ກວາງນາມ ເວົ້າລວມ.

“ວັນບຸນໄດ້ຊ່ວຍໃຫ້ບັນດາທ້ອງຖິ່ນມີກາລະໂອກາດໂຄສະນາ, ແນະນຳບັນດາສະຖານທີ່, ຜະລິດຕະພັນທ່ອງທ່ຽວ, ບັນດາເຍື່ອງອາຫານພື້ນເມືອງ, ການລະຫຼີ້ນພື້ນເມືອງ… ແນໃສ່ປະກອບສ່ວນຊຸກຍູ້ການພັດທະນາການທ່ອງທ່ຽວໃນບໍລິເວນບັນດາເມືອງເຂດພູດອຍ. ພ້ອມທັງ, ພັດທະນາ, ບຳລຸງນັກສິລະປະການ, ນັກສະແດງ, ນັກກິລາໃນບັນດາຂົງເຂດວັດທະນະທຳ ສິລະປະ, ກິລາ, ກະກຽມກຳລັງເຂົ້າຮ່ວມບັນດາເຫດການມີຂອບຂະໜາດເຂດພາກ ແລະ ທົ່ວປະເທດ”.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top