• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂປີທ່ອງທ່ຽວແຫ່ງຊາດ 2019 ແລະ Festival ທະເລຍາຈາງ - ແຄງຮ່ວາ

      "ທ່ອງທ່ຽວແມ່ນຂະແໜງທີ່ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງບໍ່ພຽງແຕ່ມີບັນດາເງື່ອນໄຂທຳມະຊາດແລະ ທັດສະນີຍະພາບ ຫຼາຍແຫ່ງເທົ່ານັ້ນ ຫາກຍັງແມ່ນ ສາງມໍລະດົກວັດທະນະທຳທີ່ຫຼາຍຮູບຫຼາຍແບບ, ເຂັ້ມຂົ້ນໄປດ້ວຍສີສັນຊາດອີກດ້ວຍ"

ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ
      ຕອນຄ່ຳວັນທີ 11 ພຶດສະພາ, ຢູ່ນະຄອນ ຍາຈາງ, ຄະນະກຳມະການປະຊາຊົນ ແຂວງ ແຄງຮ່ວາ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເພື່ອຈັດຕັ້ງພິທີໄຂປີທ່ອງທ່ຽວແຫ່ງຊາດ 2019 ແລະ Festival  ທະເລຍາຈາງ - ແຄ໊ງຮ່ວາ ໂດຍມີການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ, ບັນດາທຸຕານຸທູດ ພ້ອມກັບນັກທ່ອງທ່ຽວ, ປະຊາຊົນເປັນຈຳນວນຫຼວງຫຼາຍ. ປີທ່ອງທ່ຽວແຫ່ງຊາດ 2019ດ້ວຍຫົວຂໍ້ວ່າ “ຍາຈາງ - ສີສັນຂອງທະເລ” ຈະໄດ້ດຳເນີນໃນລະຫວ່າງ ວັນທີ 31 ທັນວາ 2018 – 31 ທັນວາ 2019. ແລະມີການເຄື່ອນໄຫວ 110 ເຫດການ.
        ກ່າວຄຳເຫັນທີ່ພິທີໄຂປີທ່ອງທ່ຽວແຫ່ງຊາດ 2019 ແລະ Festival  ທະເລ ຍາຈາງ - ແຄ໊ງຮ່ວາ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕີລາຄາວ່າ ທ່ອງທ່ຽວແມ່ນຂະແໜງທີ່ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງບໍ່ພຽງແຕ່ມີບັນດາເງື່ອນໄຂທຳມະຊາດແລະ ທັດສະນີຍະພາບ ຫຼາຍແຫ່ງເທົ່ານັ້ນ ຫາກຍັງແມ່ນ ສາງມໍລະດົກວັດທະນະທຳທີ່ຫຼາຍຮູບຫຼາຍແບບ, ເຂັ້ມຂົ້ນໄປດ້ວຍສີສັນຊາດອີກດ້ວຍ. ຕາມທ່ານແລ້ວ, ໃນຊຸມປີມໍ່ໆມານີ້: ການທ່ອງທ່ຽວມີບາດກ້າວພັດທະນາທີ່ຍາວໄກພໍສົມຄວນ ແຕ່ຍັງມີ ຄວາມສາມາດບົ່ມຊ້ອນການພັດທະນາໃຫຍ່ຫຼວງຢູ່.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top