ທີ່ພິທີໄຂງານບຸນ Carnaval ຮະລອງ 2025, ບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ 3 ພາກເໜືອ - ກາງ - ໃຕ້ ໂດຍອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ຮັບຮອງເອົານັ້ນ ກໍໄດ້ວາດພາບຄືນ ແລະ ເຮັດໃໝ່ຜ່ານ 3 ລາຍການສະແດງສິລະປະ. ມີນັກສະແດງເປັນມືອາຊີບ ແລະ ບໍ່ເປັນມືອາຊີບປະມານ 1.000 ຄົນ ໄດ້ເລົ່າຄືນເລື່ອງລາວປະຫວັດສາດ, ວັດທະນະທຳທີ່ເປັນເອກະລັກຂອງ ກວ໋າງນິງ, ຂອງປະເທດຊາດຜ່ານບັນດາລາຍການສະແດງສິລະປະ, ປະກອບສ່ວນຢັ້ງຢືນເຄື່ອງໝາຍການຄ້າ ງານບຸນ Carnaval ຮະລອງ ດ້ວຍຄວາມຄາດຫວັງ ນຳ ກວ໋າງນິງ ກາຍເປັນສູນວັດທະນະທຳ, ທ່ອງທ່ຽວ, ງານບຸນທີ່ມີລະດັບສາກົນ. ທ່ານຮວ່ງກົງເກື່ອງ, ຫົວໜ້າກຳກັບງານບຸນ Carnaval ຮະລອງ ປີ 2025, ແບ່ງປັນວ່າ:
“ເວທີ Carnaval 2025 ມີການປ່ຽນແປງໃໝ່ຫຼາຍຢ່າງ, ນັ້ນແມ່ນ ພວກເຮົານຳເອົານ້ຳໃຈຂອງບັນດາງານບຸນ Carnaval ໃຫຍ່ໃນໂລກມານີ້ ເພື່ອສະແດງບັນດາຮູບພາບງາມທີ່ສຸດຂອງ ຫວຽດນາມ ເວົ້າລວມ ແລະ ກວ໋າງນິງ ເວົ້າສະເພາະ ສົ່ງເຖິງບັນດາເພື່ອນມິດ ແລະ ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ.”