• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານ​ບຸນ​ລະ​ດູ​ບານ​ໃໝ່ ກົນ​ເຊີນ - ກຽບ​ບາກ 2026

ໃນຕອນຄ່ຳວັນທີ 06 ມີນາ (ກົງກັບວັນທີ 18 ເດືອນຈຽງປີມະເມຍ), ຢູ່ເຂດມໍລະດົກໂລກ ກົນເຊີນ - ກຽບບາກ (ນະຄອນ ຫາຍຟ່ອງ) ໄດ້ດຳເນີນພິທີອາໄລຫາການເຖິງແກ່ມໍລະນະພາບຂອງພະພິກຂຸໃຫຍ່ທີສາມ ຈຸກເລິມ ຮວ່ຽນກວາງຕົນຢາ ແລະ ໄຂງານບຸນລະດູບານໃໝ່ ກົນເຊີນ - ກຽບບາກປີ 2026.
   (ແຫຼ່ງຄັດຈາກ VOV)  

ງານບຸນລະດູບານໃໝ່ ກົນເຊີນ - ກຽບບາກ ປີ 2026 ຖືກຈັດຂຶ້ນແຕ່ວັນທີ 26 ກຸມພາ ຫາວັນທີ 11 ມີນາ 2026, ດ້ວຍຫຼາຍກິດຈະກຳທີ່ເປັນເອກະລັກ, ເຊັ່ນ: ພິທີຖະຫວາຍທູບທຽນ; ສັບປະດາວັດທະນະທຳ, ການທ່ອງທ່ຽວ ແລະ ສົ່ງເສີມການຄ້າ ງານບຸນລະດູບານໃໝ່ ກົນເຊີນ - ກຽບບາກ; ວັນບຸນອ່ານປຶ້ມມໍລະດົກ ແລະ ງານວາງສະແດງຕາມຫົວເລື່ອງ “ຈຸດເວລາມໍລະດົກ”… ງານບຸນປີນີ້ ມີຫຼາຍຈຸດໃໝ່, ທີ່ເປັນເອກະລັກ; ບັນດາພິທີທີ່ເປັນມູນເຊື້ອໄດ້ຮັບການຍົກສູງຂຶ້ນກ່ຽວກັບຂອບເຂະໜາດ, ເຮັດໃຫ້ຄຸນຄ່າວັດທະນະທຳ, ແນວຄິດ ແລະ ຈິດໃຈຂອງ ພຸດທະສາສະໜານິກາຍ ຈຸກເລິມ ແລະ ຄຸນຄ່າມໍລະດົກວັດທະນະທຳໂລກ ກົນເຊີນ - ກຽບບາກ. ທ່ານ ຫງວຽນບາແທັ່ງລອງ ຢູ່ນະຄອນ ຫາຍຟ່ອງ ເຂົ້າຮ່ວມງານບຸນດັ່ງກ່າວແບ່ງປັນວ່າ:      

        “ງານບຸນປີນີ້ມີຈຸດໃໝ່ຫຼາຍຢ່າງ; ຄະນະຈັດຕັ້ງໄດ້ຈັດງານບຸນຢ່າງມີແບບມີແຜນ ແລະ ເຮັດໃຫຍ່ກວ່າທຸກໆປີ. ເຊິ່ງເປັນງານບຸນທີ່ມີຄວາມໝາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ.”

(ແຫຼ່ງຄັດຈາກ VOV)

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ – VITM 2026 ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 12 ເມ​ສາ, ໂດຍ​ຮັບ​ຮູ້ຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ສືບ​ຕໍ່​ຢັ້ງ​ຢືນ​ຖາ​ນະ​ຕຳ​ແໜ່ງ​ແມ່ນ​ເຫດ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຂອງ ຫວຽດ​ນາມ

Top