• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ບຸນຊຸດ​ເ​ສື້ອ​ຍາວ ນະ​ຄອນ ໂຮ່​ຈີ​ມິນ 2026: ຈັດ​ຫຼາຍ​ກິດ​ຈະ​ກຳ​ຢ່າງ​ຄືກ​ຄື້ນ​ໃນ​ຕະຫຼອດ​ເດືອນ ມີ​ນາ

ຕອນຄ່ຳວັນທີ 06 ມີນາ, ຢູ່ຖະໜົນຍ່າງ ຫງວຽນເຫວ້, ງານບຸນຊຸດເສື້ອຍາວນະຄອນ ໂຮ່ຈີມິນ ຄັ້ງທີ 12 ປີ 2026 ໄດ້ໄຂຂຶ້ນຢ່າງເປັນທາງການ, ເລີ່ມຕົ້ນໃຫ້ແກ່ບັນດາກິດຈະກຳວັດທະນະທຳ - ການທ່ອງທ່ຽວທີ່ເປັນເອກະລັກໃນຕະຫຼອດເດືອນ ມີນາ.
  ງານບຸນເສື້ອຍາວນະຄອນ ໂຮ່ຈີມິນ ປີນີ້ມີທູດເຄື່ອງໝາຍການຄ້າ 37 ທ່ານ ໃນຫຼາຍຂົງເຂດເຂົ້າຮ່ວມ  

ງານບຸນເສື້ອຍາວນະຄອນ ໂຮ່ຈີມິນ ປີນີ້ມີ 17 ກິດຈະກຳຫຼັກ, ເຕົ້າໂຮມເສື້ອຍາວເກືອບ 400 ຊຸດ, ນາງແບບ, ນັກສະແດງກວ່າ 600 ຄົນ ພ້ອມດ້ວຍທູດເຄື່ອງໝາຍການຄ້າ 37 ທ່ານ ໃນຫຼາຍຂົງເຂດ. ຈຸດເນັ້ນໜັກຂອງງານບຸນປີນີ້ແມ່ນມີການເຂົ້າຮ່ວມຂອງນັກອອກແບບ 37 ທ່ານ ທີ່ມາຈາກບັນດາເຂດພາກໃນທົ່ວປະເທດ, ພ້ອມທັງມີນັກອອກແບບສາກົນເຂົ້າຮ່ວມເປັນເທື່ອທຳອິດ, ໃນນັ້ນ ມີນັກອອກແບບມາຈາກ ຍີ່ປຸ່ນ. ທ່ານ ເລເຈືອງຮ່ຽນຮວ່າ, ຮອງຜູ້ອຳນວຍການພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ຈຸດໃໝ່ຂອງງານບຸນປີນີ້ແມ່ນມີການເຂົ້າຮ່ວມຂອງນັກອອກແບບຫຼາຍຄົນທັງຢູ່ພາຍໃນ ແລະ ສາກົນອີກດ້ວຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນການເຊື່ອມໂຍງທີ່ນັບມື້ນັບຈະແຈ້ງຂອງງານບຸນຊຸດເສື້ອຍາວ ນະຄອນ ໂຮ່ຈີມິນ. ໄປຄຽງຄູ່ກັນນັ້ນ, ງານບຸນດັ່ງກ່າວຍັງໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກ 168 ຕາແສງຢູ່ເຂດພິເສດ, ດ້ວຍຫຼາຍເຂດລົງຕົວຈິງອີກດ້ວຍ. ພວກຂ້າພະເຈົ້າຫວັງວ່າ ຈະປະກອບສ່ວນໂຄສະນາການທ່ອງທ່ຽວ, ວັດທະນະທຳຂອງນະຄອນ ໂຮ່ຈີມິນ”

(ແຫຼ່ງຄັດຈາກ VOV)

ເຂດ​ພິ​ເສດ ຝູ​ກຸຍ ກຽມ​ພ້ອມ​ໃຫ້​ບັນ​ດາ​ເຈົ້າ​ຂອ​ງ​ເຮືອ​ຫາ​ປາ​ເຂົ້າ​ທຽບ​ທ່າ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ

ເຂດ​ພິ​ເສດ ຝູ​ກຸຍ ກຽມ​ພ້ອມ​ໃຫ້​ບັນ​ດາ​ເຈົ້າ​ຂອ​ງ​ເຮືອ​ຫາ​ປາ​ເຂົ້າ​ທຽບ​ທ່າ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ

ໂດຍເຈືອຈານເຂົ້າກັບບັນດາທ້ອງຖິ່ນອື່ນໃນແຂວງ ເລິມດົ່ງ, ເຂດພິເສດ ຝູກຸຍ ພວມຮີບເຮັ່ງຜັນຂະຫຍາຍບັນດາວຽກງານກະກຽມເພື່ອໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໄດ້ດຳເນີນໄປຢ່າງສຳເລັດຜົນ. ໃນຊຸມວັນນີ້, ຢູ່ເສັ້ນທາງສາຍຕ່າງໆຢູ່ເຂດພິເສດ ຝຸກຸຍ ລ້ວນແຕ່ໄດ້ຮັບການປະດັບປະດາດ້ວຍທຸງຊາດ, ຄຳຂວັນ, ປ້າຍໂຄສະນາໃຫ້ແກ່ວັນເລືອກຕັ້ງ ທີ່ຈະດຳເນີນໃນວັນທີ 15 ມີນາ 2026.

Top