ເລື່ອງລົງທຶນກໍ່ສ້າງທ່າອາກາດສະຍານສາກົນ ຢາບິ່ງ ແລະ ລະບົບນິເວດຈະສ້າງພື້ນທີ່ພັດທະນາໃໝ່ໃຫ້ແກ່ ບັກນິງ, ຮ່າໂນ້ຍ ແລະ ເຊື່ອມຕໍ່ກັບ ຫາຍຟ່ອງ, ກວາງນິງ; ເຊື່ອມຕໍ່ຄົມມະນາຄົມທີ່ທັນສະໄໝໃນເຂດທົ່ງພຽງແມ່ນ້ຳແດງກັບບັນດາແຂວງທາງທິດຕາເວັນຕົກພາກໃຕ້ ຈີນ ແລະ ເຊື່ອມຕໍ່ສາກົນຜ່ານທາງທະເລ.
ຕອນເຊົ້າວັນທີ 07 ມີນາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາສະພາບການຜັນຂະຫຍາຍ ແລະ ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດຊຸກຍູ້ໂຄງການກໍ່ສ້າງທ່າອາກາດສະຍານສາກົນ ຢາບິ່ງ, ແຂວງ ບັກນິງ ແລະ ບັນດາໂຄງການທີ່ກ່ຽວຂ້ອງ; ກໍຄືເສັ້ນທາງເຊື່ອມຕໍ່ທ່າອາກາດສະຍານສາກົນ ຢາບິ່ງ ກັບ ນະຄອນຫຼວງ ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນການເຮັດວຽກ
ພາຍຫຼັງກວດກາ, ຢ້ຽມຢາມ, ລະດົມກຳລັງໃຈບັນດາກຳລັງທີ່ພວມກໍ່ສ້າງໃນກິດຈະກຳຕ່າງໆ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກ່ຽວກັບສະພາບການຜັນຂະຫຍາຍ, ພິເສດແມ່ນແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດເພື່ອຊຸກຍູ້ຜັນຂະຫຍາຍບັນດາໂຄງການ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ເລື່ອງລົງທຶນກໍ່ສ້າງທ່າອາກາດສະຍານສາກົນ ຢາບິ່ງ ແລະ ລະບົບນິເວດຈະສ້າງພື້ນທີ່ພັດທະນາໃໝ່ໃຫ້ແກ່ ບັກນິງ, ຮ່າໂນ້ຍ ແລະ ເຊື່ອມຕໍ່ກັບ ຫາຍຟ່ອງ, ກວາງນິງ; ເຊື່ອມຕໍ່ຄົມມະນາຄົມທີ່ທັນສະໄໝໃນເຂດທົ່ງພຽງແມ່ນ້ຳແດງກັບບັນດາແຂວງທາງທິດຕາເວັນຕົກພາກໃຕ້ ຈີນ ແລະ ເຊື່ອມຕໍ່ສາກົນຜ່ານທາງທະເລ.
(ແຫຼ່ງຄັດຈາກ VOV)