• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານບຸນ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ຢູ່ Fukuoka, ຍີ່ປຸ່ນ

ບຸນເຕັດປະຊາຄົມແມ່ນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງລັດ ຫວຽດນາມ ຕໍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະ ຢູ່ ຍີ່ປຸ່ນ ເວົ້າສະເພາະ.
ວັນບຸນເຕັດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ຢູ່ Fukuoka (ພາບ: TTXVN)

ວັນທີ 20 ມັງກອນ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka, ສະມາຄົມຊາວ ຫວຽດນາມ ອາໄສຢູ່ Fukuoka, ສະຫະສະມາຄົມສົ່ງເສີມການຄ້າ ແລະ ການລົງທຶນ ຫວຽດນາມ ຢູ່ Kyushu ໄດ້ສົມທົບກັນຈັດວັນບຸນເຕັດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ເພື່ອຕ້ອນຮັບບຸນເຕັດປີມະໂຣງ 2024. ຈຸດພົ້ນເດັ່ນທີ່ງານບຸນແມ່ນ 2 ເຫດການສຳຄັນ, ໄດ້ຈັດຂຶ້ນເປັນຄັ້ງທຳອິດ, ລວມມີ: ການຢັ້ງຢືນສະຖິຕິຈຳນວນຜູ້ນຸ່ງສຸດເສື້ອຍາວສ້າງເປັນຮູບແຜນທີ່ ຫວຽດນາມ ຢູ່ຕ່າງປະເທດ (ລວມມີ 1.500 ຄົນ) ແລະ ສັບປະດາແຟຊັນເສື້ອຍາວ Fukuoka 2024.

ກ່າວຄຳເຫັນທີ່ພິທີໄລ, ທ່ານນາງ ຫວູຈີມາຍ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka, ໃຫ້ຮູ້ວ່າ, ບຸນເຕັດປະຊາຄົມແມ່ນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງລັດ ຫວຽດນາມ ຕໍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າລວມ ແລະ ຢູ່ ຍີ່ປຸ່ນ ເວົ້າສະເພາະ, ດ້ວຍຄວາມຫວັງວ່າ ພໍ່ແມ່ປະຊາຊົນແມ່ນກຸ່ມກ້ອນມະຫາສາມັກຄີ ແລະ ຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top