ງານບຸນເພື່ອສັນຕິພາບປີ 2026 ດ້ວຍຫົວຂໍ້: “ຈາກຄວາມຊົງຈຳໄປເຖິງອະນາຄົດ - ກວາງຈິ ເພື່ອສັນຕິພາບ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 04 ກໍລະກົດ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ 2 ຟາກແຄມແມ່ນ້ຳ ຮ່ຽນເລືອງ - ເບັນຫາຍ, ແຂວງ ກວາງຈິ.
ກ່າວຄຳເຫັນໄຂງານບຸນ, ທ່ານ ຫງວຽນວັນທັງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ຈາກເຂດດິນແດນທີ່ເຈັບປວດຍ້ອນສົງຄາມ, ກວາງຈິ ໃນວັນນີ້ພວມກາຍເປັນສັນຍາລັກຂອງສັນຕິພາບ, ນ້ຳໃຈມິດຕະພາບ ແລະ ຄວາມຄາດຫວັງພັດທະນາ. ນັ້ນບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງ ກວາງຈິ ເທົ່ານັ້ນ, ຫາກຍັງແມ່ນພາບພົດຂອງ ຫວຽດນາມ ຮັກຫອມສັນຕິພາບ, ອັດອະດີດຕະການໄວ້ ເພື່ອພ້ອມກັບໂລກມຸ່ງໄປເຖິງອະນາຄົດອີກດ້ວຍ.
ພິທີໄຂງານບຸນປີນີ້ ລວມມີ 3 ພາກ, ຄື: ກະແສຄວາມຊົງຈຳ, ແສງສະຫວ່າງຂອງສັນຕິພາບ ແລະ ໂລກປະສານດົນຕີ, ລາຍການສະແດງສິລະປະມຸ່ງໄປເຖິງການເຊີດຊູບັນດາຄຸນຄ່າຂອງສັນຕິພາບ, ເຊື່ອມຕໍ່ອະດີດຕະການກັບປະຈຸບັນ ແລະ ອະນາຄົດ.






